ກອງປະຊຸມວຽກງານກວດກາ ປະຈຳປີ 2024 ຂອງທະນາຄານແຫ່ງ ສປປ ລາວ

15/06/2025

ກອງປະຊຸມວຽກງານກວດກາ ປະຈຳປີ 2024 ຂອງທະນາຄານແຫ່ງ ສປປ ລາວ

ວັນທີ 13 ມິຖຸນາ 2025 ນີ້ ທະນາຄານແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມວຽກງານກວດກາ ປະຈຳປີ 2024 ຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ສະຖາບັນການທະນາຄານ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ວັດທະນາ ດາລາລອຍ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຜູ້ວ່າ ທຫລ, ມີສະຫາຍ ປອ ດາວບົວລະພາ ບາວົງເພັດ ຄະນະປະຈຳພັກ, ຮອງປະທານຄະນະ ກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ, ສະຫາຍ ອາລຸນ ບຸນຍົງ ຄະນະປະຈຳພັກ, ຮອງຜູ້ວ່າການ ທຫລ ແລະ ບັນດາ ສະຫາຍ ຄະນະປະຈຳພັກ, ຄະນະພັກ, ເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ, ເລຂາຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານ ແລະ ສາຂາ ທຫລ ປະຈຳພາກ, ໃນກອງປະຊຸມ ສະຫາຍ ວຽງສະຫວັນ ໄຊຍະວົງ ຄະນະພັກ, ຮອງປະທານຄະນະກວດກາພັກທະນາຄານແຫ່ງ ສປປ ລາວ ກໍ່ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ2024 ແລະ ທິດທາງແຜນການ ປີ 2025 . ຊຶ່ງສະຫາຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງຄໍາສະເໜີ, ຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດທີ່ຄວນເສີມຂະຫຍາຍ ໂດຍການຊີ້ນຳ-ນຳພາຂອງຄະນະກວດກາພັກທະນາຄານແຫ່ງ ສປປ ລາວ ຕໍ່ການຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມ ຮັບຜິດຊອບ, ການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມທັງ ຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໄປສູ່ຄຸນະພາບໃໝ່ ເປັນຕົ້ນແມ່ນ ການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນ.ໃນຂົງເຂດທະນາຄານໄດ້ກວດພົບເຫັນການສໍ້ລາດບັງຫຼວງ ທັງໝົດ 21 ກໍລະນີ ໃນນີ້, ປະກົດການເກີດໃໝ່ 6 ກໍລະນີ (ທຫລ 2 ກໍລະນີ, ທນບ 3 ກໍລະນີ ແລະ ທຄຕລ 1 ກໍລະນີ) ປະກົດການທີ່ເກີດຂຶົ້ນໃໝ່ແຕ່ ຕິດພັນກັບກໍລະນີເກົ່າ 15 ກໍລະນີ (ທສກ 5 ກໍລະນີ ແລະ ທນບ 10 ກໍລະນີ); ລວມ ມູນ ຄ່າເສຍຫາຍ ຈໍານວນ 1,599.09 ລ້ານກີບ ແລະ ເກັບຄືນມູນຄ່າເສຍຫາຍໄດ້ທຽບເທົ່າກີບ ຈໍານວນ 137.43 ລ້ານກີບ; ສາມາດແກ້ໄຂສໍາເລັດ 4 ກໍລະນີ (ທນບ 3 ກໍລະນີ ແລະ ທຄຕລ 1 ກໍລະນີ). ພ້ອມນີ້, ໃນປີ 2024 ສາມາດເກັບກູ້ມູນຄ່າເສຍຫາຍຂອງການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນໄລຍະຜ່ານມາໄດ້ ຈໍານວນ 4,741.22 ລ້ານກີບ ແລະ ສາມາດແກ້ໄຂ 3 ກໍລະນີ (ທນບ 1 ກໍລະນີ ແລະ ທສກ 2 ກໍລະນີ); ພະນັກງານຖືກໂຈະການປະຕິບັດໜ້າທີ່ຊົ່ວຄາວ 3 ຄົນ (ກຕຂ 1 ຄົນ ແລະ ທຄຕລ 2 ຄົນ); ສະມາຊິກພັກ-ພະນັກງານຖືກ ປະຕິບັດວິໄນ ທັງໝົດ 167 ຄົນ (ທຫລ 11 ຄົນ, ທຄຕລ 37 ຄົນ, ທສກ 114 ແລະ ທນບ 5 ຄົນ), ຖືກປະຕິບັດວິໄນ ຂັ້ນ I ຈໍານວນ 59 ຄົນ, ຂັ້ນ II ຈໍານວນ 80 ຄົນ, ຂັ້ນ III ຈໍານວນ 20 ຄົນ ແລະ ຂັ້ນ IV ຈໍານວນ 8 ຄົນ.ນອກຈາກນັ້ນ, ສະຫາຍ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຕາງໜ້າຄະນະ ກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຜີຍແຜ່ເອກສານທີ່ຕິດພັນກັບວຽກງານກວດກາຈຳນວນໜຶ່ງເຊັ່ນ: ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບ ປັບປຸງໃໝ່); ບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງ ລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫຼວງ; ບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ; ບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີ,ນອກຈາກນີ້ ສະຫາຍ ອາລຸນ ບຸນຍົງ ກໍ່ໄດ້ໃຫ້ກຽດເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ແລະ ບົດສະຫຼຸບຕີລາຄາວຽກງານກວດກາທົ່ວປະເທດປະຈຳປີ 2024 ແລະ ທິດທາງ ປີ 2025 ສະບັບເລກທີ 42/ຄກສພ ລົງວັນທີ່ 11 ກຸມພາ 2025 ຕໍ່ກອງປະຊຸມວຽກງານກວດກາປະຈຳປີ 2024 ຂອງ ທຫລ ຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)