13/06/2025

ອົງການກວດກາລັດເມືອງລ້ອງຊານ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຂຶ້ນໃນວັນທີ 30 ພຶດສະພາ 2025 ນີ້, ທີ່ສະໂມສອນ ເມືອງ ລ້ອງຊານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມພັນ ສີສົມບຼົ່ງ ຮອງເລຂາພັກເມືອງ, ທ່ານ ເທບພະໄທ ພັນກ້າ ຮັກສາການ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ມີບັນດາຄະນະໜ່ວຍງານ ຈາກອົງການກວດກາແຫ່ງລັດ, ພະນັກງານອົງການກວດກາລັດເມືອງ, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະກວດກາຄະນະພັກຮາກຖານ, ຜູ້ກວດາກາໜ່ວຍພັກອ້ອມຂ້າງເມືອງ ແລະ ບ້ານໃນເທດສະບານເມືອງ ເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 04 ທ່ານ.ໃນກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ເອກະສານຈາກ ທ່ານ ເທບພະໄທ ພັນກ້າ ເຊິ່ງເອກະສານທີ່ໄດ້ບັນລະຍາຍປະກອບມີ: ມູນເຊື້ອປະຫວັດການກໍາເນີດຂອງອົງການກວດກາ; ການເຂົ້າເປັນພາຄີໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສາກົນ ແລະ ເຂົ້າເປັນພາຄີໃນສົນທິສັນຍາອາຊຽນຕາວັນອອກສ່ຽງໃຕ້ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ອາຊຽນແພັກ) ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ. ຈາກນັ້ນ, ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າ ພະແນກສະກັດກັ້ນການສໍ້ລາດບັງຫຼວງ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂຶ້ນເຜີຍແຜ່ ແລະ ແນະນຳການແຈ້ງຊັບສິນ ຂອງພະນັກງານ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ແລະ ເປັນເອກະພາບກັນລະຫວ່າງສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະບັນຫາການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ. ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຕ້ານການຟອກເງິນ, ວຽກງານແຈ້ງຊັບສິນ-ລາຍຮັບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ແລະ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.