ເມືອງໄຊເສດຖາ ແຂວງ ອັດຕະປື ຈັດພິທີປະກາດຍົກຍ້າຍ ແລະ ມອບ-ຮັບວຽກ ລະຫວ່າງ ປະທານຄະນະກວດກາພັກ-ລັດ ຜູ້ເກົ່າ ແລະ ປະທານຄະນະກວດກາພັກ-ລັດ ຜູ້ໃໝ່

12/06/2025

ເມືອງໄຊເສດຖາ ແຂວງ ອັດຕະປື ຈັດພິທີປະກາດຍົກຍ້າຍ ແລະ ມອບ-ຮັບວຽກ ລະຫວ່າງ ປະທານຄະນະກວດກາພັກ-ລັດ ຜູ້ເກົ່າ ແລະ ປະທານຄະນະກວດກາພັກ-ລັດ ຜູ້ໃໝ່

ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີປະກາດຍົກຍ້າຍ ແລະ ມອບ-ຮັບວຽກ ລະຫວ່າງ ທ່ານ ອຸດສະຫະ ກົມມະເມືອງ ປະທານຄະນະກວດກາພັກ-ລັດ ຜູ້ເກົ່າ ແລະ ທ່ານ ສຸລິກາ ຈັນທະຄໍາເມີ ປະທານຄະນະກວດກາພັກ-ລັດ ຜູ້ໃໝ່. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ, ມີບັນດາທ່ານມາຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານຂອງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາແບນແກ້ວ ນິສະຫວັນ ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 197/ຄປພມ ວ່າດ້ວຍການຍົກຍ້າຍ ພະນັກງານນໍາພາ-ຄຸ້ມຄອງຂັ້ນເມືອງ. ຈາກນັ້ນກໍ່ໄດ້ເຊັນບົດບັນທຶກມອບ-ຮັບວຽກຢ່າງສົມກຽດ.
ໃນຕອນທ້າຍ ທ່ານ ຄຳຫວັນ ຈັນທະໂຄດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ ການປະກາດຍົກຍ້າຍໜ້າທີ່ໃນຄັ້ງນີ້ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ເພື່ອຍົກສູງບົດບາດການນໍາພາຂອງຂະແໜງການໃຫ້ມີຜົນສໍາເລັດອັນໃໝ່. ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກ ໃຫ້ບັນດາທ່ານຜູ້ທີ່ຖືກຍົກຍ້າຍໃນຄັ້ງນີ້ ຈົ່ງສືບຕໍ່ເພີ່ມທະວີການປະຕິບັດໜ້າທີ່ທີ່ພັກ-ລັດມອບໝາຍ, ສືບຕໍ່ນໍາພາ-ຊີ້ນໍາ ວຽກງານຂົງເຂດທີ່ຕົນຮັບຜິດຊອບໃຫ້ປະສົບຜົນສໍາເລັດ.
ໂດຍ: ອານັນ ພິມມະເສນ( ຄະນະກວດກາພັກ-ລັດ ເມືອງໄຊເສດຖາ ແຂວງອັດຕະປື)

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)