ຄະນະກວດກາແຂວງຫຼວງນ້ຳທາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຄະນະກວດກາ ຄັ້ງທີ IV

11/06/2025

ຄະນະກວດກາແຂວງຫຼວງນ້ຳທາ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຄະນະກວດກາ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຄະນະກວດກາແຂວງຫຼວງນ້ຳທາ ຄັ້ງທີ IV ໄດ້ຈັດຂຶ້ນຢ່າງເປັນທາງການໃນທ້າຍເດືອນພຶດສະພາ 2025 ນີ້ ພາຍໃຕ້ຄໍາຂວັນ “ຕິດຕາມ-ກວດກາ ຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ພາວະວິໄສ, ບໍ່ລໍາອຽງ ແລະ ຍຸຕິທໍາ’’ ໂດຍການເປັນປະທານຂອງສະຫາຍ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ, ວ່າການເລຂາໜ່ວຍພັກຄະນະກວດກາແຂວງ, ຮອງປະທານຄະນະກວດກາພັກ-ລັດແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົຕ ຈັນສະແຫວງ ທິບຄູນທອງ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານ ຄະນະກວດກາພັກ-ອົງການກວດກາລັດແຂວງ, ມີຄະນະໜ່ວຍພັກ, ຄະນະຮັບຜິດຊອບຊີ້ນໍາກອງປະຊຸມ, ຜູ້ແທນສົມບູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 07 ສະຫາຍ.

ໃນກອງປະຊຸມ ສະຫາຍ ຄໍາເພັດ ຈັນທະວົງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງໃຫ້ຮູ້ວ່າ: ກອງປະຊຸມໃຫ່ຍຄັ້ງນີ້ ເປັນການສະຫຼຸບຕີລາຄາທົບທວນຄືນບັນດາຄາດໝາຍສູ້ຊົນຕ່າງໆໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກໃນ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໂດຍຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກໃນໄລຍະຜ່ານມາ.ພ້ອມນີ້ ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ແຜນພັດທະນາ, ບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ່ຂອງຄະນະພັກຊຸດເກົ່າ. ຈາກນັ້ນກໍ່ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງມັງໝົດຈຳນວນ 05 ສະຫາຍ, ຍິງ 01 ສະຫາຍ ແລະ ເລືອກເອົາ 03 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາສະຫາຍ ຄໍາເພັດ ຈັນທະວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ບົວນິນ ບັນລືສັກ ເປັນຮອງເລຂາໜ່ວຍພັກ, ສະຫາຍ ແຝງທາ ຮັກບຸນໂຮມ ເປັນຄະນະໜ່ວຍພັກ ທັງເປັນຜູ້ເຮັດວຽກກວດກາໜ່ວຍພັກ, ພ້ອມນີ້ກອງປະຊຸມໄດ້ຄັດເລືອກເອົາຜູ້ແທນສົມບູນ 01 ສະຫາຍ ແລະ ສໍາຮອງ 01 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງນ້ຳທາ ຄັ້ງທີ IX ຕື່ມອີກ.ໃນຕອນທ້າຍກອງປະຊຸມ ສະຫາຍ ພົຕ ຈັນສະແຫວງ ທິບຄູນທອງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມຜົນງານ ທີ່ຄະນະໜ່ວຍພັກຍາດມາໄດ້ ພ້ອມທັງໃຫ້ທິດຊີ້ນໍາໃນຕໍ່ຄະນະພັກຊຸດໃໝ່ ເປັນຕົ້ນແມ່ນຕ້ອງພ້ອມກັນເພີ່ມທະວີຍົກສູງວຽກງານບັນຫາການເມືອງ-ແນວຄິດເປັນກົກ, ຄວາມເປັນແບບຢ່າງໃນທຸກດ້ານ, ເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກໍານົດ, ຕິດຕາມ-ກວດກາເປັນປົກກະຕິຕໍ່ເນື່ອງ ແລະ ສ້າງຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນກວ່າເກົ່າ ພ້ອມກັນສູ້ຊົນບັນດາຄາດໝາຍທີ່ວາງໄວ້ໃນຕໍ່ໜ້າໃຫ້ສໍາເລັດ ແລະ ມີການຫັນປ່ຽນໃຫ້ດີຂື້ນກວ່າເກົ່າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)