ອົງການກວດກາລັດເມືອງລ້ອງແຈ້ງ ເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ

09/06/2025

ອົງການກວດກາລັດເມືອງລ້ອງແຈ້ງ ເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ

ອົງການກວດກາລັດເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຂຶ້ນໃນວັນທີ 29 ພຶດສະພາ 2025 ນີ້, ທີ່ສະໂມສອນກອງບັນຊາການ ປກສ ເມືອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນຜອງ ຄຳມະນີວົງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງລ້ອງແຈ້ງແລະ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ ມີຄະນະໜ່ວຍງານຈາກອົງການກວດກາແຫ່ງລັດ, ພະນັກງານອົງການກວດກາລັດເມືອງ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກອ້ອມຂ້າງແລະ ບ້ານໃນເທດສະບານເມືອງ ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 06 ທ່ານ.ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ເອກະສານຈາກທ່ານ ເທບພະໄທ ພັນກ້າ ເຊິ່ງເອກະສານທີ່ໄດ້ບັນລະຍາຍປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ, ສືບສວນ-ສອບສວນການສໍ້ລາດບັງຫຼວງ; ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ; ມູນເຊື້ອປະຫວັດການກໍາເນີດຂອງອົງການກວດກາ; ການເຂົ້າເປັນພາຄີໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສາກົນ ແລະ ເຂົ້າເປັນສະມາຊິກອາຊຽນແພັກ. ຈາກນັ້ນ, ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າ ພະແນກສະກັດກັ້ນການສໍ້ລາດບັງຫຼວງ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂຶ້ນເຜີຍແຜ່ ແລະ ແນະນຳການແຈ້ງຊັບສິນ ຂອງພະນັກງານ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວກັນຢ່າງກົງໄປກົງມາ ແລະ ມີເນື້ອໃນຢ່າງເລິກເຊິ່ງ. ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຕ້ານການຟອກເງິນ, ວຽກງານແຈ້ງຊັບສິນ-ລາຍຮັບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ແລະ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.

ຕອນທ້າຍກອງປະຊຸມ ທ່ານ ໄຊຍະສິດ ລີຊັງດວງພະຈັນ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມໂດຍສະເພາະຜູ້ເປັນຫົວໜ້າ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຄະນະກວດກາ ໃຫ້ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ນໍາໄປຜັນຂະຫຍາຍໃນຂົງເຂດວຽກງານຂອງຕົນ ໃຫ້ມີຄວາມຖືກຕ້ອງເປັນເອກະພາບກັນ ແລະ ມີປະສິດທິຜົນສູງ.
ພາບ-ຂ່າວ: ໂຊກໄຊ ໄອຍະວົງສາ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)