ຄະນະກວດກາ ເມືອງຫຼາ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2024ແລະ ທິດທາງແຜນການປະຈໍາປີ 2025

05/06/2025

ຄະນະກວດກາ ເມືອງຫຼາ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2024ແລະ ທິດທາງແຜນການປະຈໍາປີ 2025

ໃນຕອນເຊົ້້າ ຂອງວັນທີ 29 ພຶດສະພາ 2025 ຄະນະກວດກາພັກ ເມືອງຫຼາແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ຈື່ວ່າ ຊາວເຊັງ ກໍາມະການປະຈໍາພັກເມືອງ ປະທານກວດກາ ພັກ-ລັດເມືອງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສົມພາວັນ ສຸດຈະລິດ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກອ້ອມຂ້າງ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ເລຂາພັກບ້ານ 05 ບ້ານເທດສະບານ ຜູ້ທີ່ເຮັດວຽກງານກວດກາ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ສຸລິເທີ້ມ ສີວິໄລ ຮອງປະທານກວດກາພັກ ໄດ້ຜ່ານບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາ ຂອງຄະນະກວດກາພັກ-ລັດ ເມືອງຫຼາ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ໂດຍທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດໃນການເຄື່ອນໄຫວ ແລະ ການປະຕິບັດວຽກງານຕົວຈິງ ໃນໄລຍະ 01 ປີຜ່ານມາ ເຫັນວ່າມີຫຼາຍດ້ານໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າ ແລະ ມີບາງດ້ານຍັງມີຂໍ້ຄົງຄ້າງ ທີ່ຈະຕ້ອງແກ້ໄຂ ພ້ອມດຽວກັນນີ້ກໍ່ໄດ້ຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້ຈາກວຽກງານກວດກາໃນໄລຍະຜ່ານມາ.

ຫຼັງຈາກໄດ້ຮັບຟັງການຜ່ານບົດສະຫຼຸບແລ້ວ ຜູ້ແທນກອງຊຸມກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບວຽກງານກວດກາ ຢ່າງພາວະວິໄສ ແລະ ກົງໄປກົງມາ ພ້ອມທັງສະເໜີໃຫ້ມີການປັບປຸງເນື້ອໃນ ທີ່ເຫັນວ່າຍັງບໍທັນສອດຄ່ອງ ໃຫ້ຄົບຖ້ວນ ແລະ ສົມບູນຂຶ້ນ. ນອກຈາກນັ້ນຍັງໄດ້ມີຄໍາເຫັນ ຕໍ່ກັບຄໍາຖາມເຈາະຈີ້ມຂອງປະທານກອງປະຊຸມເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ວ່າດ້ວຍການຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການປຸກລະດົມການນໍາໃຊ້ກອງທຶນຢາເສບຕິດ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ພາຍໃນເມືອງ, ການສັງລວມການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍພາຍໃນເມືອງ, ການປູກພືດລະດູແລ້ງເປັນສິນຄ້າສົ່ງອອກຂອງບັນດາບໍລິສັດ, ການເສຍພັນທະອາກອນ, ການແກ້ໄຂບັນຫາຂໍ້ຂັດແຍງທີ່ດິນຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການລົງທຶນໂຄງການກໍ່ສ້າງນໍ້າຊົນລະປະທານໃນປີ2024, ບັນຫາການຕ້ານ, ສະກັດກັ້ນ, ແກ້ໄຂບັນຫາການບຸກປ່າ ແລະ ບັນຫາໄຟໄໝ້ລາມປ່າ; ນອກຈາກນັ້ນ ກອງປະຊຸມຍັງໄດ້ເຜີຍແຜ່ບັນດາເອກະສານທີ່ຕິດພັນກັບວຽກງານກວດກາ ໂດຍສະເພາະແມ່ນ ບົດບັນທຶກກ່ຽວກັບການປະສານງານລະຫວ່າງອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫລວງ ສະບັບລົງວັນທີ 29ມັງກອນ 2024, ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ, ສະບັບລົງວັນທີ 14ກຸມພາ 2024 ແລະ ບົດບັນທຶກ ການປະສານງານລະຫວ່າງ ອົງການກວດກາລັດແຂວງ ກັບ ອົງການກວດສອບປະຈໍາພາກເໜືອ, ສະບັບລົງວັນທີ 27 ມີຖຸນາ 2024, ບົດບັນທຶກການປະສານງານລະຫວ່າງສານປະຊາຊົນສູງສຸດກັບອົງການກວດກາແຫ່ງລັດ ກ່ຽວກັບການດໍາເນີນຄະດີ ສະບັບລົງວັນທີ 14 ກຸມພາ 2024.

ຕອນທ້າຍກອງປະຊຸມ, ສະຫາຍ ສົມພາວັນ ສຸດຈະລິດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມວຽກງານກວດກາ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ດ້ານດີ ແລະ ຜົນງານໃນໄລຍະ 01 ປີຜ່ານມາ ແລະ ເໜັ້ນໜັກໃຫ້ຖືເອົາວຽກງານກວດກາເປັນວຽກງານໜຶ່ງສອດຫ້ອຍເຂົ້າໃນທຸກຂົງເຂດ ແລະ ຖືສໍາຄັນຕໍ່ກັບການນໍາພາຂອງຄະນະພັກທຸກຂັ້ນ ພ້ອມທັງໃຫ້ສືບຕໍ່ ສຶກສາອົບຮົມວຽກງານການເມືອງແນວຄິດ, ແບບແຜນວິທີເຮັດວຽກ, ແບບແຜນການນໍາພາ,ການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ເພີ່ມທະວີຄວາມຮັບຜິດຊອບໃນສິດ, ພາລະບົດບາດຂອງຕົນ, ເຊື່ອມຊຶມ ແລະ ກໍາແໜ້ນບັນດານິຕິກໍາຕ່າງໆ ໃຫ້ເລິກເຊິ່ງ.
ໂດຍ: ນ. ເກດທອງ ປັນຍາລັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)