ກອງປະຊຸມເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ

05/06/2025

ກອງປະຊຸມເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ  ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ

ວັນທີ 27 ພຶດສະພາ 2025 ນີ້ ຄະນະກວດກາພັກ, ອົງການກວດກາລັດແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງຂຶ້ນຢູ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວາລີ ຈືນໍເຢັງ ກຳມະການພັກແຂວງ, ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ແລະ ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພ້ອມດ້ວຍທີມງານ ອົງການກວດກາແຫ່ງລັດ, ມີບັນດາທ່ານປະທານ, ຮອງປະທານ, ຜູ້ເຮັດວຽກງານກວດກາ ພະແນກການອ້ອມຂ້າງແຂວງ, ອົງການກວດກາລັດເມືອງ 7 ເມືອງ, ເຂົ້າຮ່ວມທັງໝົດ 57 ທ່ານ, ຍິງ 15 ທ່ານ.

ກອງປະຊຸມຄັ້ງນີ້ ທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພ້ອມດ້ວຍທີມງານ ອົງການກວດກາແຫ່ງລັດ ໄດ້ເຜີຍແຜ່ນິຕິກໍາວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ເປັນຕົ້ນ: ວຽກງານສະກັດກັ້ນການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານ ກ່ຽວກັບວຽກງານສືບສວນ-ສອບສວນ ແລະ ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ, ແນະນໍາວຽກງານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ, ພ້ອມດ່ຽວກັນນັ້ນ ຜູ້ແທນກອງປະຊຸມໄດ້ຮັບຄວາມສົນໃຈບົດຮຽນ ແລະ ກໍ່ພ້ອມກັນຄົ້ນຄ້ວາປະກອບຄໍາຄິດ, ຄໍາເຫັນແລກປ່ຽນບົດຮຽນ ໂດຍສົມທຽບພຶດຕິກໍາຕົວຈິງທີ່ໄດ້ປະຕິບັດຜ່ານມາມີບັນຍາກາດຟົດຟື້ນ.

ໃນຕອນທ້າຍກອງປະຊຸມ ທ່ານ ວາລີ ຈືນໍເຢັງ ກຳມະການພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານຮຽກຮ້ອງ ແລະ ເນັ້ນໜັກຫຼາຍບັນຫາໃຫ້ຜູ້ແທນກອງປະຊຸມໂດຍສະເພາະບັນດາຜູ້ເຮັດວຽກງານກວດກາພັກ-ລັດ, ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານຢູ່ແຂວງອຸດົມໄຊ ເປັນຕົ້ນ ບັນດາພະນັກງານກວດກາ 7 ເມືອງ ແລະ ພະແນກການອ້ອມຂ້າງແຂວງ ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍ, ໂຄສະນາ-ເຜີຍແຜ່ ແລະ ແນະນໍາໃຫ້ພະນັກງານຜູ້ທີ່ເຮັດວຽກງານກວດກາຮັບຮູ້ ແລະ ເຂົ້າໃຈ, ເອົາໃຈໃສ່ໃນການຕິດຕາມ, ກວດກາ ສະກັດກັ້ນການສໍ້ລາດບັງຫຼວງແຕ່ຫົວທີເພື່ອຈໍາກັດບໍ່ໃຫ້ມີການລະເມີດລະບຽບ, ກົດໝາຍວາງອອກ, ພາຍຫຼັງບັນດາເມືອງ, ພະແນກການອ້ອມຂ້າງແຂວງຈັດຕັ້ງປະຕິບັດສໍາເລັດຢູ່ຂັ້ນຂອງຕົນແລ້ວໃຫ້ລາຍງານຕໍ່ອົງການກວດກາລັດແຂວງ ເພື່ອລາຍງານຕໍ່ອົງການກວດກາແຫ່ງລັດ.
ໂດຍ: ສີແພງ ດາລາສະຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)