04/06/2025

ໃນວັນທີ 28 ພຶດສະພາ 2025 ຢູ່ທີ່ສະໂມສອນໃຫ່ຍ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ພິທີເຜີຍແຜ່ພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຂອງຜູ້ເຮັດວຽກງານກວດກາຢູ່ສໍານັກງານ-ອົງການ ພາຍໃນເມືອງຈອມເພັດ ໃຫ້ກຽດເປັນປະທານໂດຍ ສະຫາຍ ສົມເພັດ ສຸຂະເສີມ ກໍາມະການປະຈໍາພັກເມືອງ, ປະທານ ຄະນະກວດກາພັກ-ອົງການກວດກາລັດເມືອງ ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາ ຢູ່ສໍານັກງານ-ອົງການ ເຂົ້າຮ່ວມທັງໝົດ 86 ສະຫາຍ, ຍິງ 18 ສະຫາຍ.
ໃນພິທີ ສະຫາຍ ບຸນເລີດ ບົວລະພັນ ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ຂຶ້ນເຜີຍແຜ່ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີຂອງຜູ້ເຮັດວຽກງານກວດກາໃຫ້ຮູ້ວ່າ ວຽກງານຕິດຕາມ, ກວດການີ້ ແມ່ນການຕິດຕາມ, ເກັບກໍາຂໍ້ມູນ, ຫຼັກຖານ ກ່ຽວກັບການຈັດຕັ້ງປະຕິບັດນະໂຍ ບາຍ, ລະບຽບກົດໝາຍ, ໜ້າທີ່, ຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນອົງການບໍລິຫານລັດ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນ, ພ້ອມທັງສະເໜີວິທີການ, ມາດຕະການ ແລະ ວິທີແກ້ໄຂຕາມແຕ່ລະຂັ້ນຕອນ ຫຼື ຕາມລະບຽບກົດໝາຍ. ພ້ອມດຽວກັນນັ້ນກໍ່ຍັງໄດ້ຜ່ານດໍາລັດສະບັບເລກທີ 01/ລບ, ລົງວັນທີ 6 ມັງກອນ 2015 ຂອງລັດຖະບານ ວ່າດ້ວຍການຕິດຕາມ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ຄໍາແນະນໍາຂອງ ທ່ານ ເຈົ້າເມືອງຈອມເພັດ ສະບັບເລກທີ 05/ຈມ-ຈພ, ລົງວັນທີ 26 ກຸມພາ 2025 ວ່າດ້ວຍການຕິດຕາມ ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຢູ່ເມືອງຈອມເພັດ.