ກອງປະຊຸມສະຫຼຸບວຽກງານກວດກາເມືອງທ່າພະບາດ ປະຈໍາປີ 2024

01/06/2025

ກອງປະຊຸມສະຫຼຸບວຽກງານກວດກາເມືອງທ່າພະບາດ ປະຈໍາປີ 2024

ໃນວັນທີ 27 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມເມືອງ ທ່າພະບາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ທົ່ວເມືອງ ທ່າພະບາດ ປະຈຳປີ 2024 ໂດຍການເປັນປະທານຂອງສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາກໍາມະການປະຈຳພັກເມືອງ, ກຳມະການພັກເມືອງ, ປະທານ, ຮອງປະທານກວດກາພັກ-ລັດເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຜູ້ເຮັດວຽກງານກວດກາທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບປະຈໍາປີ 2024 ແລະ ທິດທາງແຜນນການປີ 2025; ຮັບຟັງການເຜີຍແຜ່ເຊື່ອມຊຶມນິຕິກຳຂອງຂັ້ນເທີງ, ເອກະສານກ່ຽວກັບວຽກງານກວດກາ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄຳຮ້ອງ-ຄຳສະເໜີ ໃນໄລຍະ 1 ປີຜ່ານມາ ເພື່ອຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດທີ່ຄວນເສີມຂະຫຍາຍ ໂດຍການນຳພາ-ຊີ້ນຳ ຂອງຄະນະກວດກາພັກ, ອົງການກວດກາລັດເມືອງ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ກັບການຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ, ການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມທັງຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າໄປສູ່ຄຸນນະພາບໃໝ່ເປັນຕົ້ນແມ່ນ ການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນ ຕ້ອງເປັນແບບຢ່າງນໍາໜ້າຂອງບຸກຄົນສະມາຊິກພັກ ເພື່ອເປັນການສະກັດກັ້ນ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ພ້ອມກັນນັ້ນກອງປະຊຸມຍັງໄດ້ມີການປະກອບຄຳຄິດ-ຄຳເຫັນຈາກພາກສ່ວນຕ່າງໆ ແລະ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືເປັນເອກະພາບກຳນົດທິດທາງແຜນການປະຈຳປີ 2025.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທັດສະນະຊີ້ນໍາຈາກ ສະຫາຍ ສົມສົດ ແສງອາພອນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດປະຕິບັດວຽກງານໃນຕໍ່ໜ້າ ສະຫາຍຍັງໄດ້ເນັ້ນໜັກໃຫ້ສືບຕໍ່ຈັດຕັ້ງປະຕິບັດນໍາພາ-ຊີ້ນໍາວຽກງານຕິດຕາມ, ກວດກາໃຫ້ມີຄວາມເຂັ້ມແຂງ ແລະ ເອົາໃຈໃສ່ຕໍ່ບັນຫາຕ່າງໆ,ໄຈແຍກ, ວິເຄາະ, ຕີແຕກ ແລະ ກຳບັນຫາໃຫ້ໄດ້ ໂດຍຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາວຽກງານຕິດຕາມ, ກວດກາໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ສິດ ແລະ ແທດເຖິງຕົວຈິງ, ຖືເອົາວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສະມາຊິກພັກ, ພະນັກງານ ແລະ ພົນລະເມືອງ ເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ແລະ ອົງການປົກຄອງຂັ້ນຕ່າງໆ ມີການນ້ຳພາຕ້ອງມາການກວດກາ; ບັນເກີດຂື້ນຢູ່ບ່ອນໃດ ອົງການນັ້ນໆຕ້ອງເປັນເຈົ້າການແກ້ໄຂ້ ດັ່ງຄຳຂວັນທີ່"ກວດກາທົ່ວເຖີງ ເລີກເຊິ່ງ ໂປ່ງໃສ ແກ້ໄຂບັນຫາຖຶກຕ້ອງ, ເດັດຂາດ, ທັນການ ແລະ ເປັນທຳ" ເອົາໃຈໃສ່ຕິດຕາມ, ກວດກາ ຊຸກຍູ້ຈັດຕັ້ງຜັນຂະຫຍາຍມະຕິຂັ້ນຕ່າງໆໃຫ້ປາກົດຜົນເປັນຈິງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)