ຄະນະກວດກາພັກ-ອົງການກວດກາລັດ ແຂວງອຸດົມໄຊ ເຮັດວຽກຮ່ວມກັບກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ

31/05/2025

ຄະນະກວດກາພັກ-ອົງການກວດກາລັດ ແຂວງອຸດົມໄຊ ເຮັດວຽກຮ່ວມກັບກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ

ໃນວັນທີ 26 ພຶດສະພາ 2025 ນີ້ ຄະນະກວດກາພັກ-ອົງການກວດກາລັດແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດຂຶ້ນ ຢູ່ຫ້ອງປະຊຸມຄະນະກວດກາພັກ-ອົງການກວດກາລັດແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ວາລີ ຈືນໍເຢັງກຳມະການພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພ້ອມດ້ວຍທີມງານ ຂອງອົງການກວດກາແຫ່ງລັດ, ມີບັນດາທ່ານ ຮອງປະທານກວດກາ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ຂອງອົງການກວດກາລັດແຂວງ ແລະ ມີບັນດາ ປະທານ, ຮອງປະທານອົງການກວດກາລັດເມືອງ 7 ເມືອງ ເຂົ້າຮ່ວມ, ມີທັງໝົດຈໍານວນ 28 ທ່ານ, ຍິງ 7 ທ່ານ.

ກອງປະຊຸມຄັ້ງນີ້ ທ່ານ ອູ່ແສງ ເພັດຊະວົງ ຮອງປະທານຄະນະກວດກາພັກ, ຮອງປະທານອົງການກວດກາລັດແຂວງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ກວດກາ, ການສອບສວນ-ສືບສວນການສໍ້ລາດບັງຫຼວງ, ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານແຂວງອຸດົມໄຊ ໃນ 1 ປີ ຜ່ານມາໂດຍຫຍໍ້ ໃນນັ້ນ, ໄດ້ໂຄສະນາເຜີຍແຜ່ບັນດານະຕິກໍາເປັນຕົ້ນ ຄໍາແນະນໍາ ເລກທີ 285/ຄກສພ, ຄໍາແນະນໍາ ເລກທີ 379/ຄກສພ, ຄໍາແນະນໍາ ເລກທີ 504/ຄກສພ, ຄໍາແນະນໍາ ເລກທີ 331/ອກຫລ, ດໍາລັດ ເລກທີ 205/ລບ ແລະ ນິຕິກໍາອື່ນໆ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ຮັບຮູ້ຕໍ່ກັບຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫຼວງ; ໄດ້ຄຸ້ມຄອງເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານຂັ້ນແຂວງຄຸ້ມຄອງ ລວມທັງໝົດ 17,076 ທ່ານ, ຍິງ 6,390 ຄົນ, ໄດ້ເປີດຊອງເອກະສານແຈ້ງຊັບສິນ ແລະ ນໍາໃຊ້ເອກະສານແຈ້ງຊັບສິນຂອງເປົ້າໝາຍຖືກກວດກາ-ດໍາເນີນຄະດີ 1 ຄັ້ງ, ນອກຈາກນີ້ ການດໍາເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ໄດ້ດໍາເນີນຕໍ່ເປົ້າໝາຍ 2 ຄົນ ທີ່ຍັກຍອກຊັບຢູ່ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກໄຊນິຍົມອຸດົມໄຊໄດ້ຢ່າງຂາດຕົວ.
ຫຼັງຈາກນັ້ນ ອົງການກວດກາລັດແຂວງ, ອົງການກວດກາລັດເມືອງ 7 ເມືອງ ຍັງໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ບົດຮຽນ ນໍາທິມງານກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງອຸດົມໄຊ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີຄວາມເຂັ້ມແຂງຕໍ່ວຽກງານດັ່ງກ່າວ.
ໂດຍ: ສີແພງ ດາລາສະຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)