30/05/2025

ເມື່ອບໍ່ດົນມານີ້, ກໍາມະບານຮາກຖານ ອົງການກວດກາລັດແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 5 ເປັນເຈົ້າຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ກິດຕິສັກ ວັນນະລາດ ປະທານກໍາມະບານຮາກຖານ ອົງການກວດກາລັດແຂວງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ປະທານອົງການກວດກາລັດແຂວງ, ທ່ານ ສົມສັກ ອ່ອນຈັນ ກໍາມະການສູນກາງສະຫະພັນກຳມະບານລາວ, ປະທານ ສະຫະພັນ ກໍາມະບານແຂວງ, ມີບັນດາແຂກຖືກເຊີນ, ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມ.
ໃນພິທີທ່ານ ກິດຕິສັກ ວັນນະລາດ ໄດ້ຜ່ານບົດສະຫຼຸບຕີລາໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ເປັນຕົ້ນກໍ່ແມ່ນ ໄດ້ເຜີຍແຜ່ເຊື່ອມຊຶມມະຕິ, ບັນດາເອກະສານອື່ນໆຂອງກຳມະບານ, ເຂົ້າຮ່ວມເຄື່ອນໄຫວວຽກງານຂະບວນການດ້ານຕ່າງໆ, ມີການແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ມີແບບແຜນວິທີເຮັດວຽກທີ່ດີ, ມີການສະຫຼຸບລາຍງານ, ຮ່ວມຊີວິດປະຈໍາເດືອນ, ເສຍເງິນສະຕິເປັນປົກກະຕິ, ມີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ; ເຮັດຫຼ້ອນໜ້າທີ່ ແລະ ມີຄວາມຮັບຜິດຊອບສູງ ໂດຍຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງກໍານົດອອກຢ່າງຈູບຈ້າວຫ້າວຫັນ ພ້ອມທັງຈັດຕັ້ງປະຕິບັດບັນດາແຜນການເຄື່ອນ ໄຫວວຽກງານຂອງກໍາມະບານຮາກຖານ ກໍ່ຄືທິດທາງແຜນການຂອງຄະນະພັກວາງອອກ ມີຜົນສໍາເລັດຕາມລະດັບຄາດໝາຍ; ສະມາຊິກຊາວກໍາມະບານໄດ້ເຂົ້າເປັນສະມາຊິກພັກ ເຊິ່ງກວມເອົາ 83,8% ຂອງສະມາຊິກກຳມະບານທັງໝົດ, ໄດ້ໄປຍົກລະດັບດ້ານວິຊາສະເພາະ, ດ້ານທິດສະດີການເມືອງ-ການປົກຄອງໄລຍະສັ້ນ-ໄລຍະຍາວ ແລະ ໄດ້ຜ່ານຝຶກອົບຮົມດ້ານວິຊາການຕ່າງໆ, ຫຼາຍສະຫາຍ ກໍ່ໄດ້ໃຊ້ຄວາມຮູ້ຄວາມສາມາດ, ໃຊ້ຫົວຄິດປະດິດສ້າງຊອກເຮັດອາຊີບເສີມເຊັ່ນ: ການລ້ຽງງົວ, ຄ້າ-ຂາຍ ແລະ ການບໍລິການອື່ນໆ ເພື່ອຫາລາຍໄດ້ເຂົ້າຄອບຄົວ ເຮັດໃຫ້ຄອບຄົວກຸ່ມຢູ່ກຸ່ມກິນ ແລະ ກາຍເປັນຄອບຄົວຊາວໜຸ່ມຕົວແບບ ໃນຈຳນວນ 9 ຄອບຄົວ. ຜ່ານການປະເມີນໃນແຕ່ລະດ້ານໄດ້ ແມ່ນບໍ່ລຸດ 95%. ໃນພິທີຍັງໄດ້ ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 5 ເປັນເຈົ້າ ໃຫ້ກໍາມະບານຮາກຖານ ແລະ ໃບຢັ້ງຢືນໃຫ້ແກ່ສະມາຊິກກໍາມະບານ.