ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຂອງເມືອງຄໍາເກີດ

30/05/2025

ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຂອງເມືອງຄໍາເກີດ

ກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຂອງເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ໂດຍການເປັນປະທານຂອງສະຫາຍ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງຄຳເກີດ, ສະຫາຍ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ ໂດຍມີຜູ້ເຮັດວຽກງານກວດກາແຕ່ລະໜ່ວຍພັກອ້ອມຂ້າງ ແລະ ບ້ານເທດສະບານ ເຂົ້າຮ່ວມ.​ໃນກອງປະຊຸມ ສະຫາຍ ກິ່ງ ວັນນາລາ ກໍາມະການພັກເມືອງ, ຮອງປະທານກວດກາພັກ-ລັດເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການ 2025 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນດ້ານດີຜົນສຳເລັດ ແລະ ດ້ານອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ 1 ປີທີ່ຜ່ານມາ ເປັນຕົ້ນແມ່ນຄະນະພັກ, ຄະນະກວດກາໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ຕິດຕາມ, ກວດກາ ການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນເທິງ ແລະ ຂັ້ນຕົນວາງອອກ ຢ່າງເປັນຮູບປະທໍາ, ສອດຫ້ອຍໃນວຽກງານຂອງແຕ່ລະຫ້ອງການ ແລະ ຮາກຖານບ້ານ; ຕິດຕາມ, ກວດກາການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ທີ່ມີຄວາມຮັບຜິດຊອບໃນແຕ່ລະຂະແໜງການພາຍໃນເມືອງ ແລະ ຮາກຖານບ້ານຢ່າງເປັນປົກກະຕິ ໂດຍຕິດພັນກັບການຕິດຕາມ, ຊຸກຍູ້ ໃນການແກ້ໄຂຫາງສຽງສັງຄົມຂອງແຕ່ລະຂົງເຂດ; ຕິດຕາມກວດກາການປະຕິບັດວິໄນ ຕໍ່ການຈັດຕັ້ງພັກ, ຄະນະພັກ ແລະ ສະມາຊິກພັກ ທີ່ລະເມີດກົດລະບຽບຂອງພັກ ໂດຍປະຕິບັດຕາມບົດແນະນໍາເພີ່ມເຕີມ ເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ແລະ ເເຈ້ງການເພີ່ມເຕີມ ສະບັບເລກທີ 119/ຄກພຂ.ບຊ, ລົງວັນທີ 10 ມີນາ 2022 ຜ່ານມາໄດ້ມີການປະຕິບັດວິໄນຕໍ່ສະມາຊິກພັກລະເມີດຈໍານວນ 07 ສະຫາຍ, ຍິງ 02 ສະຫາຍ ( ລະດັບການປະຕິບັດວິໄນ 02 ສະຫາຍແມ່ນລຶບຊື່ອອກຈາກພັກ, 5 ສະຫາຍແມ່ນໂຈະການຮ່ວມຊີວິດພັກຊົ່ວຄາວໃນໄລຍະເວລາ 06 ເດືອນ. ເຫດຜົນທີ່ຖືກປະຕິບັດວິໄນແມ່ນ ພວກກ່ຽວໄດ້ເຄື່ອນໄຫວຜິດຕໍ່ກົດລະບຽບຂອງພັກ ). ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຄະນະພັກ-ອົງການປົກຄອງ ແລະ ຄະນະກວດກາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນ ບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ, ໂດຍການນຳພາຄົ້ນຄວ້າເຊື່ອມຊຶມເອກະສານ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ພ້ອມ​ທັງຍົກ​ໃຫ້​ເຫັນດ້ານ​ອ່ອນ-ຂໍ້​ຄົງ​ຄ້າງ ທີ່​ຈະຕ້ອງ​ຮີບຮ້ອນເອົາ​ໃຈ​ໃສ່ປັບ​ປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ເປັນ​ຕົ້ນ​ແມ່ນ ການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນ ເພື່ອ​ເປັນ​ການ​ສະ​ກັດ​ກັ້ນ ແລະ ຕີ​ຖອຍ​ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນໃນຕໍ່ໜ້າ.

ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ, ຈາກນັ້ນ ສະຫາຍ ດວງມະນີ ສີບຸນເຮືອງ ຮອງຫົວໜ້າຫ້ອງການພາຍໃນເມືອງ ໄດ້ຂຶ້ນຜ່ານຂໍຕົກລົງວ່າດ້ວຍການຍ້ອງຍໍ ຈໍານວນ 11 ໃບໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານກວດກາພັກ-ລັດປະຈໍາປີ 2024 ໃຫ້ກຽດມອບໂດຍ ສະຫາຍ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງຄໍາເກີດ.

ຕອນທ້າຍກອງປະຊຸມ ສະຫາຍ ເພັດສະໃໝ ໄຊຍະທິຈັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາເອົາໃຈໃສ່ຕໍ່ການຕິດຕາມ-ກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, 2 ວາລະແຫ່ງຊາດ, ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV, ມະຕິກອງປະຊຸມໃຫຍ່ ຄັ້ງທີVII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ X ຂອງອົງຄະນະພັກເມືອງ; ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກເປັນຕົ້ນ ການປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ ໃນການປຶກສາຫາລືຢ່າງມີປະຊາທິປະໄຕເລິກເຊິ່ງ,ຮັບຮອງເປັນມະຕິດ້ວຍສຽງສ່ວນຫຼາຍ, ປະຕິບັດລະບອບປະຊຸມ, ລະບອບສ່ອງແສງລາຍງານ, ການຮ່ວມຊີວິດພັກ, ການຕຳນິຕິຊົມເຊິ່ງກັນແລະກັນ, ການກໍ່ສ້າງ-ຂະຫຍາຍພັກ, ການລົງວິໄນ ແລະ ການເງິນຂອງພັກຢູ່ຂົງເຂດທີ່ຕົນຮັບຜິດຊອບ; ເພີ່ມທະວີການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດໂດຍສຸມໃສ່ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕິດພັນກັບການປະຕິບັດລັດຖະທຳມະນູນ, ກົດໝາຍ, ດໍາລັດ, ຂໍ້ກຳນົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ,ໂດຍສຸມໃສ່ຕິດຕາມ-ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະຊັບພະຍາກອນທຳມະ ຊາດ ເຊັ່ນ: ທີ່ດິນ, ແຮ່ທາດ,ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນຕ່າງໆຂອງລັດ, ການປະຕິບັດນະໂຍບາຍປະຢັດຂອງລັດ ແລະ ອື່ນໆ.
ຂ່າວ:ຄຳວິໄລ ພູວັນຄຳ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)