28/05/2025

ໃນວັນທີ 28 ພຶດສະພາ 2025 ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ (ຫຼັກ 6) ທ່ານ ປອ. ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອີກໍ ວິກຕໍໂຣວິຊ ຄະຣັດສນັອບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນລັດເຊຍ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 27-29 ພຶດສະພາ 2025 ນີ້.ໂອກາດດັ່ງກ່າວ, ທ່ານ ປອ. ຄຳພັນ ພົມມະທັດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນຣັດເຊຍ ແລະ ຄະນະທີ່ໄດ້ມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ການຢ້ຽມຢາມຂອງຄະນະຜູ້ແທນ ສ.ຣັດເຊຍ ແມ່ນມີຄວາມໝາຍສໍາຄັນຍິ່ງ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນມີມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ ລະຫ່ວາງສອງປະເທດ ລາວ ແລະ ຣັດເຊຍ, ໂດຍສະເພາະ ແມ່ນການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທໍາໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມວ່າການພົວພັນລາວ ແລະ ລັດເຊຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1960 ແລະ ໄດ້ເສີມສ້າງຂະຫຍາຍການຮ່ວມມືສືບຕໍ່ຮັດແໜ້ນການຮ່ວມມືອັນດີງາມຕະຫຼອດມາ, ເປັນປະເທດເພື່ອນມິດໃກ້ຊິດ ແລະ ໄດ້ໃຫ້ຄວາມສຳຄັນຕໍ່ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໜັ້ນຄົງໃນພາກພື້ນ ອາຊີ-ປາຊີຟິກ. ພວກເຮົາມີສະມາຄົມມິດຕະພາບລາວ-ລັດເຊຍ, ລັດເຊຍ-ລາວ ແລະ ສປປ ລາວ ແມ່ນໄດ້ຮັບການຊ່ວຍເຫຼືອໃນຫຼາຍດ້ານຈາກລັດເຊຍ ໂດຍສະເພາະການຮ່ວມມືດ້ານອຸປະກອນ ແລະ ເຕັກນິກທະຫານ, ສ້າງບຸກຄະລາກອນ, ເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ.
ຫຼັງຈາກນັນ, ທ່ານ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສະຫະພັນ ຣັດເຊຍ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ ທ່ານ ປະທານ ອົງການກວດກາແຫ່ງລັດ ໃນຄັ້ງນີ້, ໂອກາດດັ່ງກ່າວ ທ່ານຫົວໜ້າອົງການໄອຍະການສູງສຸດ ສ. ຣັດເຊຍ ໄດ້ລາຍງານການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ຮັບຊາບ ເປັນຕົ້ນ ສະພາບການຮ່ວມມື ແລະ ການເຄື່ອນໄຫວວຽກງານ ອົງການໄອຍະການຂອງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ ແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນແມ່ນການພັດປ່ຽນຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ, ແນໃສ່ການພັດທະນາຂົງເຂດວຽກງານໄອຍະການຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ.