ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການໄອຍະການປະຊາຊົນສູງສຸດ.

26/05/2025

ກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການໄອຍະການປະຊາຊົນສູງສຸດ.

ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2025 ຄະນະກວດກາພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ດໍາເນີນກອງປະຊຸມ ສະຫຼຸບວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ,ຮອງປະທານຄະນະກວດກາສູນກາງພັກ,ຮອງປະທານກວດກາແຫ່ງລັດ,ຮອງຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີບັນດາສະຫາຍຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ຄະນະກວດກາພັກ, ຫົວໜ້າຮອງຫົວໜ້າຫ້ອງການ, ຫົວໜ້າຮອງຫົວໜ້າບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຕາງໜ້າຈາກຄະນະກວດກາສູນກາງພັກ, ບັນດາຫົວໜ້າພະແນກ ແລະ ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາຂອງອົງການໄອຍະການປະຊາຊົນສູງສຸດ ປະຈຳປີ 2024 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2025. ໂດຍທ່ານໄດ້ຊີ້ໃຫ້ເຫັນຜົນສໍາເລັດໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕົວຈິງໃນ1 ປີ ຜ່ານມາ ເຫັນວ່າມີຫຼາຍດ້ານໄດ້ຮັບຜົນສໍາເລັດຢ່າງຕັ້ງໜ້າ ແລະ ມີບາງດ້ານກາຍເປັນສີ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານກວດກາຢູ່ ອົງການໄອຍະການປະຊາຊົນສູງສຸດ ພ້ອມດຽວກັນນັ້ນກໍ່ຍັງຍົກໃຫ້ເຫັນບົດຮຽນທີ່ຖອດຖອນໄດ້ໃນວຽກງານກວດກາໃນໄລຍະຜ່ານມາ.
ພ້ອມນີ້ ສະຫາຍ ນາງ ພອນເພັດ ອຸ່ນແກ້ວ ກໍາມະການຄະນະບໍລິຫານງານພັກ,ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເຜີຍແຜ່ບັັນດາເອກະສານສໍາຄັນທີ່ຕິດພັນກັບວຽກງານກວດກາຈໍານວນໜຶ່ງ ເປັນຕົ້ນແມ່ນ ບົດບັນທຶກກອງປະຊຸມ 4 ພາກສ່ວນ ລະຫວ່າງ ອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; ລະບຽບວ່າດ້ວຍການເກັບຮັກສາເອກະສານກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024.
ຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ໄດ້ແລກປຽ່ນຄໍາຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ໃນການຈັດຕັ້ງປະຕິບັດວຽກງານກວດກາແຕ່ລະພາກສ່ວນ ຕະຫຼອດໄລຍະ 1 ປີ ຜ່ານມາ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ວິໄລວັນ ບຸດດາຄໍາ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ເໜັ້ນໜັກບາງບັນຫາທີ່ສໍາຄັນເປັນຕົ້ນແມ່ນ ຄະນະກວດກາ ອົງການໄອຍະການສູງສຸດ ຕ້ອງເພີ່ມທະວີວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ໃນການສຶກສາອົບຮົບ ສະມາຊິກພັກ, ພະນັກງານ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ໃຫ້ຖືເອົາວຽກງານກວດກາຕິດພັນໃນການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ແລະ ໃຫ້ວຽກງານດັ່ງກ່າວສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຄະນະໜ່ວຍພັກ ຕ້ອງເອົາໃຈໃສ່ໃນການເຮັດວຽກງານກວດກາໃຫ້ເຂັ້ມງວດ ແລະ ເປັນປົກກະຕິ ເພື່ອກຳສະພາບຂອງພະນັກງານໃຫ້ດີ ແລະ ເປັນເຈົ້າການໃນການ ດຳເນີນການກວດກາ ໃນກໍລະນີມີບັນຫາ ແລະ ແກ້ໄຂຜົນຂອງການກວດກາໃຫ້ໄວ ແລະ ທັນການ ພ້ອມດຽວກັນນັ້ນ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມແຕ່ລະສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຮັດໃຫ້ຫຼ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສຳເລັດ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບ, ເພີ່ມທະວີດ້ານຈັນຍາບັນ, ຈັນຍາທຳ, ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາຖືກຕ້ອງ ແລະ ສອດຄ່ອງຕາມທີ່ກົດໝາຍກໍານົດໄວ້.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)