25/05/2025

ໃນຕອນເຊົ້າ ຂອງວັນທີ 25 ພຶດສະພາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນໍາໂດຍ ທ່ານ ວິໄລວັນ ບຸດດາຄໍາ ກໍາມະການສູນກາງພັກສໍາຮອງ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເພື່ອຕາງໜ້າໃຫ້ແກ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າວາງພວງມະລາໄຫວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ເຈິນ ດຶກ ເລືອງ ອາດິດກໍາມະການກົມການເມືອງສູນກາງພັກກອມມຸນິດຫວຽດນາມ, ອາດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ. ພ້ອມທັງໄດ້ຂຽນປື້ມໄຫວ້ອາໄລ ເຊິ່ງເນື້ອໃນລະບຸວ່າ: ຕາງໜ້າຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນມາ ຂອງສະຫາຍ ເຈິນ ດຶກ ເລືອງ ອາດີດກໍາມະການກົມການເມືອງສູນກາງພັກກອມມຸນິດຫວຽດນາມ, ອາດິດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົດປ່ອຍປະເທດຊາດ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ, ຕະຫຼອດຊີວິດຂອງສະຫາຍ ແມ່ນຜູ້ນໍາສູງສຸດຂອງພັກກອມມຸນິດຫວຽດນາມ ແລະ ປະຊາຊົນຫວຽດນາມ. ການຈາກໄປຂອງສະຫາຍໃນຄັ້ງນີ້ ເປັນການສູນເສຍຜູ້ນໍາທີ່ສໍາຄັນ ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ.