ກອງປະຊຸມວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ

21/05/2025

ກອງປະຊຸມວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ

ໃນວັນທີ 21 ພຶດສະພາ 2025 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ໄຊສົງຄາມ ມະໂນທັມ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ ແລະ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ມີບັນດາສະຫາຍ ຄະນະພັກ, ເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, ບັນດາຄະນະກົມກວດກາ, ຫົວໜ້າພະແນກ ແລະ ຜູ້ເຮັດວຽກງານກວດກາເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ສີພັນດອນ ສຸພັນທອນ ຮອງປະທານຄະນະກວດກາພັກກະຊວງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໃນໄລຍະ 1 ປີທີ່ຜ່ານມາ ຄະນະພັກ-ຄະນະນໍາກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ໃນການການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງຢ່າງໃກ້ຊິດ ແລະ ເປັນປົກກະຕິ ອັນໄດ້ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກບາງວຽກງານທີ່ພົ້ນເດັ່ນເປັນຕົ້ນ: ການຈັດຕັ້ງປະຕິບັດ 7 ແຜນຍຸດທະສາດ ເຮັດໃຫ້ວຽກງານກວດກາມີການຫັນປ່ຽນທ່ວງທ່າດີຂຶ້ນ ກົນໄກປະສານງານເຊື່ອມຈອດກັບທຸກຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນ ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ, ສະຫາຍເລຂາ, ຄະນະໜ່ວຍພັກ ໃຫ້ຄວາມສໍາຄັນວຽກງານກວດກາ, ສ້າງເງື່ອນໄຂ ແລະ ສະໜັບສະໜູນວຽກງານກວດກາ, ປ້ອງກັນ ແລະ ສະກັດກັ້ນພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆດີຂຶ້ນເທື່ອລະກ້າວ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ, ມີສະຕິ ເປັນເຈົ້າຕາມທິດ 3 ບໍ່ ຄື: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ. ນອກຈາກນີ້, ສະຫາຍ ສີພັນດອນ ສຸພັນທອນ ຍັງໄດ້ຜ່ານບົດສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025ຕື່ມອີກ. ໂອກາດນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄຳເຫັນ ຕໍ່ບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງ ເພື່ອເຮັດໃຫ້ແບບແຜນການ ຈັດຕັ້ງປະຕິບັດໃນຕໍ່ໜ້າສອດຄ່ອງກັບສະພາບຕົວຈິງ ແລະ ມີປະສິດທິຜົນສູງກວ່າເກົ່າ. ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານສຳຄັນທີ່ຕິດພັນກັບວຽກງານກວດກາເພີ່ມຕື່ມອີກດ້ວຍ.ໃນຕອນທ້າຍ ຄະນະປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງກ່ອນອື່ນກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຜັນຂະຫຍາຍ, ຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານຕົວຈິງຂອງຕົນ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງຮອບດ້ານ ຂອງວຽກງານກວດກາໃຫ້ເປັນຮູບປະທຳ. ກອງປະຊຸມຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 01 ວັນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)