ປະທານ ຄະນະກວດກາສູນກາງພັກໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງ ສະຫວັນນະເຂດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025
16/05/2025

ໃນວັນທີ 14 ພຶດສະພາ 2025 ຄະນະກວດກາພັກແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງສະຫວັນນະເຂດ. ໂດຍໃຫ້ກຽດເປັນປະທານຮ່ວມ ແລະ ໂອ້ລົມ ຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງແຂວງສະຫວັນນະເຂດ, ມີບັນດາສະຫາຍ ຮອງເລຂາ, ຄະນະປະຈໍາພັກ, ປະທານກວດກາແຂວງ ແລະ ປະທານກວດກາບັນດາເມືອງ ພ້ອມດ້ວຍບັນດາຕາງໜ້າພະແນກການຕ່າງໆອ້ອມຂ້າງແຂວງສະຫວັນນະເຂດເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ລຳທອງ ຂອບສີລາວົງ ປະທານຄະນະກວດກາພັກແຂວງສະຫວັນນະເຂດ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງສະຫວັນນະເຂດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໂດຍມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ຄະນະພັກ, ຄະນະນໍາ ໄດ້ຖືເອົາວຽກງານສຶກສາອົມຮົບການເມືອງແນວຄິດ ເປັນວຽກສຳຄັນຕົ້ນຕໍ ໂດຍຫັນເອົາບັນດາມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບັນດາບົດແນະນຳຕ່າງໆ ເຜີຍແຜ່ເຊື່ອມຊືມໃຫ້ແກ່ ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ-ພະນັກງານໃນຂັ້ນຄຸ້ມຄອງຂອງຕົນຢ່າງທົ່ວເຖິງ. ດ້ານວຽກງານຕິດຕາມ, ກວດກາການບໍລິຫານລັດ ແລະ ຕິດຕາມຜົນຂອງການກວດກາ ໄດ້ຮ່ວມກັບຄະນະກຳມະການຈາກສູນກາງ ດຳເນີນການກວດກາເຂດເສດຖະກິດພິເສດ, ໄດ້ກວດກາການນຳເຂົ້າ ແລະ ເສຍພາສີລົດ ແຕ່ປີ 2019-2023 ເຊິ່ງໄດ້ອາຍັດພາຫານະ (ລົດໃຫຍ່) ຈໍານວນ 13 ຄັນ, ໄດ້ຕິດຕາມ, ກວດກາ ບັນດາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ປະຈຳປີ 2024 ທັງໝົດ 16 ໂຄງການ ມູນຄ່າລວມໂຄງການສະພາຮັບຮອງທັງໝົດ 68,57 ຕື້ກີບ; ວຽກງານຕ້ານ, ສະກັດກັ້ນ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ຕິດຕາມການເກັບກູ້ຊັບສິນ 10 ເປົ້າໝາຍ ມູນຄ່າເສຍຫາຍທັງໝົດ 18,432,873,644 ກີບ ເກັບກູ້ໄດ້ແລ້ວ 1,272,267,266 ກີບ ແລະ ຍັງເກັບກູ້ບໍ່ໄດ້ 17,160,606,378 ກີບ, 52,590,840 ບາດ, 100,011.23 ໂດລາ, ໃນນີ້ຢູ່ທະນາຄານພັດທະນາລາວ ມູນຄ່າ 11,068,113,257 ກີບ, 52,590,840 ບາດ, 100,011.23 ໂດລາ, ຢູ່ບັນດາພະແນກການ 2 ເປົ້າໝາຍ ມູນຄ່າ 1,655,154,794 ກີບ ແລະ ບັນດາເມືອງ-ນະຄອນ 7 ເປົ້າໝາຍ ມູນຄ່າ 4,437,338,327 ກີບ; ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງແລ້ວ 6 ຄົນ, ຍັງ 4 ຄົນ.
ເພື່ອເຮັດໃຫ້ວຽກງານກວດກາມີການເຄື່ອນໄຫວຢ່າງແຂງແຮງ, ຕັ້ງໜ້າ ແລະ ຖືກທິດ ສະຫາຍ ຄຳພັນ ພົມມະທັດ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານຕິດຕາມ, ກວດກາ ທີ່ຕັ້ງ, ພາລະບົດບາດ ແລະ ການເລັ່ງທວງທີ່ຮີບດ່ວນຂອງສັງຄົມໃນປະຈຸບັນ ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາເອົາໃຈໃສ່ຕໍ່ການຕິດຕາມ-ກວດກາໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ ເຫັນການລະເມີດຢູ່ບ່ອນໃດ ກໍ່ແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ; ເອົາໃຈໃສ່ກວດກາລົງເລິກການປະຕິບັດກົດໝາຍ, ພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງການຈັດຕັ້ງ, ສະມາຊິກພັກ-ພະນັກງານ ໂດຍສະເພາະພະນັກງານຂັ້ນນໍາພາ-ຄຸ້ມຄອງຢູ່ແຕ່ລະຂັ້ນ ທີ່ມີການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ເພື່ອແກ້ໄຂໃຫ້ເດັດຂາດ, ທັນການ; ປັບປຸງກົງຈັກການຈັດຕັ້ງ ຄະນະກວດກາແຕ່ລະຂັ້ນ ໃຫ້ໜັກແໜ້ນ, ເຂັ້ມແຂງ ຄະນະພັກ ແລະ ອົງການກວດກາແຕ່ລະຂັ້ນຕ້ອງເປັນເຈົ້າການດໍາເນີນການປັບປຸງພາລະບົດບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະລາກອນ ແຕ່ລະຕໍາແໜ່ງງານໃຫ້ຈະແຈ້ງ; ສົມທົບການກໍ່ສ້າງ-ຝຶກອົບຮົມຕາມຫຼັກສູດ ແລະ ການຈັດຕັ້ງສໍາມະນາຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ເພື່ອຮັບປະກັນຄວາມໂປ່ງໃສໃນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານກວດກາ ເມື່ອມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງເປັນເຈົ້າການກວດກາແກ້ໄຂຢ່າງທັນການ ແລະ ຂາດຕົວ, ບໍ່ລໍຖ້າ ຫຼື ເອື່ອຍອີງຂັ້ນເທິງອີກ. ພ້ອມນັ້ນ, ຄະນະພັກ, ອົງການປົກຄອງ ຕ້ອງສ້າງເງື່ອນໄຂດ້ານຕ່າງໆໃຫ້ຄະນະກວດກາຂັ້ນຕົນ ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ຢ່າງມີປະສິດທິຜົນ; ຄະນະກວດກາແຕ່ລະຂັ້ນກໍ່ຕ້ອງເປັນເຈົ້າການສ້າງແຜນການເຄື່ອນໄຫວ ແລະ ສະເໜີຂັ້ນເທິງພິຈາລະນາແກ້ໄຂໃຫ້ທັນເວລາ.