ກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຢູ່ອົງການກວດກາລັດເມືອງຄູນ ແຂວງຊຽງຂວາງ
15/05/2025

ໃນຕອນບ່າຍ ຂອງວັນທີ 8 ພຶດສະພາ 2025 ນີ້້, ຄະນະກວດກາພັກ ແລະ ອົງການກວດກາລັດເມືອງຄູນ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຢູ່ທີ່ສະໂມສອນເມືອງ, ໂດຍເປັນປະທານຮ່ວມຂອງທ່ານ ຄໍາໝັ້ນຊົ່ງ ເຍ່ຍຈື້ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ ແລະ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງອົງການກວດກາແຫ່ງລັດ, ມີຄະນະໜ່ວຍງານຈາກອົງການກວດກາແຫ່ງລັດ, ພະນັກງານຄະນະກວດກາພັກ-ອົງການການກວດກາລັດເມືອງ, ຜູ້ເຮັດວຽກງານກວດກາໜ່ວຍພັກສໍານັກງານອົງການອ້ອມຂ້າງເມືອງເຂົ້້າຮ່ວມ 47 ທ່ານ, ຍິງ 16 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເອກະສານຈາກທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມ ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ; ໂດຍມີເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ບົດແນະນໍາວຽກງານການແຈ້ງຊັບສິນ-ລາຍຮັບຂອງພະນັກງານ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນ, ຊີ້ແຈງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ເພື່ອແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຕ້ານການຟອກເງິນ, ວຽກງານແຈ້ງຊັບສິນ-ລາຍຮັບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ແລະ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.
ຕອນທ້າຍກອງປະຊຸມ ຄະນະປະທານໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຂອງຕົນໃຫ້ມີຄວາມຖືກຕ້ອງເປັນເອກະພາບກັນ ແລະ ມີປະສິດທິຜົນສູງ.
ພາບ - ຂ່າວ: ນາງ ວົງຕາວັນ ສຸວັນທອງ ນັກຂ່າວເມືອງຄູນ