ກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານຢູ່ອົງການກວດກາລັດ ແຂວງຊຽງຂວາງ
15/05/2025

ວັນທີ 7 ພຶດສະພາ 2025 ນີ້, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສົມທົບກັບຄະນະກວດກາພັກ ແລະ ອົງການກວດກາລັດແຂວງຊຽງຂວາງ ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ, ສະກັດກັ້ນ, ສືບສວນສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນຂອງພະນັກງານ ຢູ່ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງຊຽງຂວາງ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຈັັນໄຄ ສຸທິຈັກ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານ ອົງການກວດກາລັດແຂວງ ແລະ ທ່ານ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງອົງການກວດກາແຫ່ງລັດ, ມີຄະນະຮັບຜິດຊອບຈາກອົງການກວດກາແຫ່ງລັດ ແລະ ພະນັກງານຄະນະກວດກາພັກ-ອົງການການກວດກາລັດແຂວງ ເຂົ້າຮ່ວມທັງໝົດ 99 ທ່ານ, ຍິງ 31 ທ່ານ.
ໃນກອງປະຊຸມຄັ້ງນີ້ ທ່ານ ເທບພະໄທ ພັນກ້າ ໄດ້ຂຶ້ນເຜີຍແຜ່ເອກະສານເປັນຕົ້ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ມູນເຊື້ອປະຫວັດການກໍາເນີດຂອງອົງການກວດກາ, ການເຂົ້າເປັນພາຄີໃນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງສາກົນ ແລະ ເຂົ້າເປັນສະມາຊີກອາຊຽນແພັກ; ຈາກນັ້ນ ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າພະແນກສະກັດກັ້ນການສໍ້ລາດບັງຫຼວງ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂຶ້ນເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ແນະນຳການແຈ້ງຊັບສິນ ຂອງພະນັກງານ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອພ້ອມກັນນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ;
ຕອນທ້າຍກອງປະຊຸມ ຄະນະປະທານໄດ້ຜັດປ່ຽນກັນມີຄໍາເຫັນ ແລະ ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຂອງຕົນໃຫ້ມີຄວາມຖືກຕ້ອງ ເປັນເອກະພາບກັນ ແລະ ໃຫ້ມີປະສິດທິຜົນສູງ.
ພາບແລະ ຂ່າວໂດຍ: ໂຊກໄຊ ໄຊຍະວົງສາ