ເມືອງປາກທາ ແຂວງ ບໍ່ແກ້ວ ສຳເລັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024

08/04/2025

ເມືອງປາກທາ ແຂວງ ບໍ່ແກ້ວ ສຳເລັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024

ກອງປະຊຸມສະຫຼຸບວຽກງານກວດກາ ທົ່ວເມືອງປາກທາ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025, ໄດ້ຈັດຂຶ້ນໃນວັນທີ 1 ເມສາ 2025 ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງ ທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໃຫ້ກຽດເຂົ້າຮ່ວມມີທ່ານ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະປະຈຳພັກ,ກຳມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ, 2 ກອງບັນຊາການ ຕະຫຼອດຮອດຜູ້ທີເຮັດວຽກກວດກາເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025ໃນທົ່ວເມືອງ ເຊິ່ງໄລຍະ 1 ປີ ຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳການເຄື່ອນໄຫວວຽກງານຕິດຕາມ, ກວດກາ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົນຢ່າງເປັນປົກກະຕິ, ໄດ້ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີ, ເປັນແກນນໍາໃນລະບົບການເມືອງ, ຍຶດໝັ້ນລະບອບແບບແຜນນຳພາຕາມຫຼັກການຂອງພັກ ຄະນະກວດກາພັກໄດ້ຕິດຕາມ, ກວດກາ, ຊຸກຍູ້ບັນດາຮາກຖານພັກ, ໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກຕາມແຜນການປົກກະຕິ, ຕໍ່ເນື່ອງ ໂດຍການລົງຊຸກຍູ້ ຕິດຕາມການກະກຽມຄວາມພ້ອມກ່ອນເປີດກອງປະຊຸມໃຫຍ່ 3 ຂັ້ນ ຂອງແຕ່ລະໜ່ວຍພັກ, ເຂົ້າຮ່ວມດໍາເນີນຊີວິດພັກແຕ່ລະເດືອນເພື່ອຊຸກຍູ້, ຕິດຕາມ, ບັນດາໜ່ວຍພັກທີ່ມີຫາງສຽງ ແລະ ປະກົດການຫຍໍ້ທໍ້ ຂອງໜ່ວຍພັກ. ເຊິ່ງໃນທົ່ວເມືອງມີ 9 ຄະນະພັກຮາກຖານມີ 79 ໜ່ວຍພັກ ທຽບໃສ່ປີ 2023 ເພີ້ມຂື້ນ 1 ຄະນະພັກຮາກຖານ ແລະ 13 ໜ່ວຍພັກ, ມີສະມາຊິກພັກທັງໝົດ 970 ສະຫາຍ, ຍິງ 296 ສະຫາຍ, ໃນນີ້ສະມາຊິກສົມບູນ 897 ສະຫາຍ, ຍິງ 272, ສະມາຊິກພັກສໍາຮອງ 73 ສະຫາຍ, ຍິງ 24 ສະຫາຍ. ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທັງໝົດ 49 ໜ່ວຍພັກ; ມີສະມາຊິກພັກແຂງ 878 ສະຫາຍ, ຍິງ 272 ສະຫາຍ,ກາງ 24 ສະຫາຍ ຍິງ 8 ສະຫາຍ, ບໍ່ໄດ້ຈັດປະເພດ 46 ສະຫາຍ ຍິງ 9 ສະຫາຍ, ມີສະມາຊິກພັກຖືກປະຕິບັດວິໄນທັງໝົດ 3 ສະຫາຍ, ຍິງ 1 ສະຫາຍ ໃນນີ້: ໂຈະຮ່ວມຊີວິດພັກ 1 ສະຫາຍ, ຍິງ 1 ສະຫາຍ; ເອົາອອກຈາກພັກ 2 ສະຫາຍ, ຍິງ 0 ສະຫາຍ.

ຈາກນັ້ນ ບັນດາຜູ້ແທນກອງປະຊຸມໄດ້ປະກອບຄໍາເຫັນຕາມຄໍາຖາມເຈາະຈີ້ມຂອງກອງປະຊຸມເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າ.
ໂອກາດນີ້ ທ່ານ ສຸກຂະ ຫຼຽນທອງຄໍາ ໄດ້ມີຄໍາເຫັນໂອ້ລົມເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາເອົາໃຈໃສ່ຕໍ່ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງ ກໍ່ຄື 02 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມໃຫຍ່ ຂັ້ນຂອງຕົນ; ນໍາເອົາເນື້ອໃນກອງປະຊຸມກວດກາ ທົ່ວເມືອງຄັ້ງນີ້ ແລະ ທິດທາງໜ້າວຽກຕົ້ນຕໍ ທີ່ໄດ້ລະບຸ ໃນບົດລາຍງານ ຂອງກອງປະຊຸມ ໄປຜັນຂະຫຍາຍເຂົ້າໃນຂະບວນການວຽກງານ ຕົວຈິງຢ່າງແຂງແຮງ. ບັນດາຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນ ໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂບັນຫາຕົວຈິງ ທີ່ຍັງຄົງຄ້າງຜ່ານມາ ກໍ່ຄື ບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະ ນັບທັງດ້ານຫຼັກການ ກໍຄືການປັບປຸງພາຍໃນ, ສ້າງໜ່ວຍພັກ ໂດຍ ປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ ເຫັນການລະເມີດຢູ່ບ່ອນໃດ ກໍ່ແກ້ໄຂໃຫ້ ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ; ໃນ ນັ້ນ ການແກ້ໄຂຜົນການກວດກາ ເປັນ ໜຶ່ງ ໃນບູລິ ມະສິດໃນການເຄື່ອນໄຫວເປັນຂອງລວມຫມູ່, ຂອງຄະນະພັກ ແລະ ຄະນະກວດກາຮັບຜິດຊອບ;ເພີ່ມທະວີການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດ ຂອງ ອົງການກວດກາລັດ, ໂດຍສຸມໃສ່ ຕິດຕາມ-ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ຫນ້າ ທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕິດພັນກັບການເຄົາລົບປະຕິບັດລັດຖະທໍາມະນູນ ບັນດາ ກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ; ໂດຍສຸມໃສ່ຕິດຕາມ, ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະ ຊັບພະ ຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນ ຕ່າງໆຂອງລັດສືບຕໍ່ສຸມໃສ່ຕິດຕາມ, ກວດກາການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ ເອົາການກວດກາລັດ ຕິດພັນກັບການສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການພິຈາລະນາຄໍາຮ້ອງ-ຄໍາສະເຫນີ ຂອງປະຊາຊົນ ກໍ່ໃຫ້ລະອຽດ, ເລິກເຊິ່ງ. ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນຊັ້ນຄົນ ໃຫ້ຮັບຮູ້-ເຂົ້າໃຈ ກ່ຽວກັບໄພອັນຕະລາຍຂອງການສໍ້ລາດບັງຫຼວງ ທີ່ເປັນໄພ ຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ, ສົ່ງຜົນກະທົບເຖິງຄວາມເຫຼື້ອມໃສສັດທາ ແລະ ຄວາມເຊື່ອ ໝັ້ນຂອງມະຫາຊົນ ຕໍ່ການນໍາພາຂອງພັກ, ຕໍ່ຄວາມສັກສິດຂອງການຄຸ້ມຄອງລັດ ແລະ ຄວາມໝັ້ນຄົງ ຂອງລະບອບການເມືອງພວກເຮົາ.
ພາບ-ຂ່າວ: ສົມພົງ ສີລິພອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)