ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງການຕ່າງປະເທດ

05/04/2025

ກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງການຕ່າງປະເທດ

ໃນ ວັນທີ 04 ເມສາ 2025, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງການຕ່າງປະເທດຂຶ້ນ, ໂດຍການ ເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ມີບັນດາຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເຂົ້າຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ນາງ ໄກມະນີ ອໍລະບູນ, ກຳມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມ ກວດກາໄດ້ເຜີຍແຜ່ 4 ເອກະສານທີ່ສຳຄັນຄື: 1). ລະບຽບ ວ່າດ້ວຍການເກັບຮັກສາເອກະສານ ກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024; 2). ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງ ຍຸດຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫຼວງ, ສະບັບລົງວັນທີ 29 ມັງກອນ 2024; 3). ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບອົງການກວດສອບແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024; ແລະ 4). ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ສານປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະນະດີສໍ້ຫຼາດບັງຫຼວງ, ສະບັບເລກທີ 14 ກຸມພາ 2024. ຫຼັງຈາກນັ້ນ ທ່ານ ນາງ ວິລິບ ບົວສີສະຫວັດ, ຮອງຫົວໜ້າກົມກວດກາ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງການຕ່າງປະເທດ. ເຊິ່ງໃນໄລຍະຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໄດ້ເປັນຢ່າງດີ; ເອົາໃຈໃສ່ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ເຊິ່ງໄດ້ຮັບການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍທີ່ຖືກກວດກາ ແລະ ສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດ ມີຄວາມສະຫງົບຮຽບຮ້ອຍ ແລະ ປະຕິບັດວຽກງານດ້ວຍຄວາມໂປ່ງໃສ, ມີຄວາມເອກະພາບ ແລະ ສາມັກຄີກັນ ເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.ໃນຕອນທ້າຍ, ທ່ານ ທອງຜ່ານ ສະຫວັນເພັດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມໂດຍໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ ແລະ ຖືສໍາຄັນ ວຽກງານຕິດຕາມ, ກວດກາ, ອໍານວຍຄວາມສະດວກໃຫ້ຜູ້ຮັບຜິດຊອບວຽກງານກວດກາ ໄດ້ເຄື່ອນໄຫວວຽກງານ ຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນ; ແຕ່ລະພາກສ່ວນເອົາໃຈໃສ່ເຊື່ອມຊຶມ, ກຳແຫນ້ນ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ບັນດາມະຕິ, ຄໍາສັ່ງ, ລະບຽບການຕ່າງໆຂອງພັກ, ນິຕິ ກຳຂອງລັດ ກ່ຽວກັບວຽກງານກວດກາ; ເຊື່ອມຊຶມ ແລະ ຕັ້ງຫນ້າຈັດຕັ້ງປະຕິບັດເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ, ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ພາກປະຕິບັດຕົວຈິງຢ່າງມີປະສິດທິຜົນ; ສືບຕໍ່ຕິດຕາມ, ກວດກາ ການປະຕິບັດກົດລະບຽບຂອງພັກ ສະໄໝທີ XI; ເພີ່ມທະວີການຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ, ໂດຍສຸມໃສ່ຕິດຕາມ, ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບລັດຖະທຳມະນູນ, ບັນດາກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ, ຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ, ເອົາການກວດກາລັດ ຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ນອກຈາກນັ້ນ, ພະນັກງານກວດກາ, ເຈົ້າໜ້າທີ່ຕ້ານ ການສໍ້ລາດບັງຫລວງ ຕ້ອງປະຕິບັດກົດໝາຍ ເຂັ້ມງວດກວ່າພາກສ່ວນອື່ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)