ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງແຜນການ ແລະ ການລົງທຶນ

04/04/2025

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງແຜນການ ແລະ ການລົງທຶນ

ໃນຕອນວັນທີ 02 ເມສາ 2025 ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 6 (ຕຶກ B1), ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ສະຫາຍ ປອ. ດາວບົວລະພາ ບາວົງເພັດ ກໍາມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ມີບັນດາຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທີ່ເຮັດວຽກງານກວດກາ ທົ່ວກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ກ່າວເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ກະຊວງແຜນການ ແລະ ການລົງທຶນ. ເຊິ່ງກອງປະຊຸມຄັ້ງນີ້ແມ່ນໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດກຳລັງສະເຫຼີມສະຫຼອງຜົນສຳເລັດ ແລະ ອອກແຮງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ນອກຈາກນີ້, ສະຫາຍ ຍັງຮຽກຮ້ອງມາຍັງຄະນະພັກ, ຄະນະນຳແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຈົ່ງໄດ້ພ້ອມກັນເພີ່ມຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໃຫ້ຫຼາຍຂຶ້ນເລື້ອຍໆ ເພື່ອເຮັດໃຫ້ວຽກງານກວດກາຂອງ ກະຊວງແຜນການ ແລະ ການລົງທຶນ ໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນີ້, ສະຫາຍ ພູວົງ ພິມມະສອນ ກຳມະການຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາພັກ, ຫົວໜ້າກົມກວດກາ ກະຊວງ ຜແຜນການ ແລະ ການລົງທຶນ ກໍ່ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ກະຊວງແຜນການ ແລະ ການລົງທຶນ ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາຄິດ, ຄຳເຫັນຕໍ່ຮ່າງບົດສະຫຼຸບດັ່ງກ່າວ. ຫຼັງຈາກນັ້ນ, ສະຫາຍ ປອ. ດາວບົວລະພາ ບາວົງເພັດ ກໍ່ໄດ້ເຜີຍແຜ່ບັນດາເອກະສານທີ່ສຳຄັນອື່ນໆຕື່ມອີກ.
ຕອນທ້າຍຂອງກອງປະຊຸມ ສະຫາຍ ນາງ ພອນວັນ ອຸທະວົງ ກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ຍົກສູງຄຸນນະພາບຂອງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ດີຂຶ້ນກວ່າເກົ່າ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ທັງເປັນການກະຕຸກຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາກົມກອງ ພາຍໃນກະຊວງແຜນການ ແລະ ການລົງທຶນ ໃນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະ ສອດຄ່ອງກັບກົດໝາຍຂອງລັດ ເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມໂປ່ງໃສ, ສາມາດກວດກາໄດ້ ແລະ ໃຫ້ມີປະສິດທິພາບຂຶ້ນເລື່ອຍໆ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)