03/04/2025

ກອງປະຊູມສະຫຼຸບວຽກງານກວດກາທົ່ວແຂວງໄຊຍະບູລີປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄດ້ຈັດຂື້ນໃນຕອນເຊົ້າວັນທີ 25 ມີນາ 2025 ນີ້ ຢູ່ທີ່ຫ້ອງປະຊູມພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີກໍາມະການປະຈໍາພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປກສ, ປກຊ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ປະທານກວດກາພັກບັນດາເມືອງ, ຜູ້ກວດກາໜ່ວຍພັກບັນດາພະແນກການ,ອົງການກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ເມືອງ ແລະ ພະນັກງານກວດກາເຂົ້າຮ່ວມ.ໃນກອງປະຊູມ ສະຫາຍ ສົມຫັວງ ແກ້ງວິໄລສັກ ໄດ້ໃຫ້ກຽດນກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ ຜູ້ແທນກອງປະຊູມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ວນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ທົ່ວແຂວງໄຊຍະບູລີ ມີຮາກຖານພັກທັງໝົດ 1.367 ຮາກຖານພັກ ໃນນີ້ມີ 80 ຄະນະພັກຮາກຖານ ມີ 367 ໜ່ວຍພັກຂື້ນກັບ, ມີໜ່ວຍພັກຮາກຖານ 920 ໜ່ວຍພັກ ທຽບໃສ່ປີ 2023 ຫຼຸດລົງ 22 ຮາກຖານພັກເທົ່າກັບ 6,3%, ທົ່ວແຂວງມີສະມາຊິກພັກທັງໜົດ 20.910 ສະຫາຍ,ຍິງ 6.023 ສະຫາຍ,ສຳຮອງ 858 ສະຫາຍ,ຍິງ 278 ສະຫາຍ, ມີສະມາຊິກພັກຖືກວິໄນ 33 ສະຫາຍ,ຍິງ 10 ສະຫາຍ, ແກ້ໄຂ້ຂັ້ນຕິຕຽນຄວາມຜິດ 3 ສະຫາຍ,ໂຈະການຮ່ວມຊິວິດພັກຊົ່ວຄາວ 4 ສະຫາຍ ຍີງ 2 ສະຫາຍ, ເອົາອອກຈາກພັກ 26 ສະຫາຍຍິງ 8 ສະຫາຍ; ໄດ້ກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການຂອງສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ລົງວັນທີ 22 ມັງກອນ 2019 ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ມີທັງໝົດ 233 ໂຄງການ ມູນຄ່າ 687.65 ຕື້ກີບ; ກວດກາສໍາເລັດ ຈໍານວນ 165 ໂຄງການ ມູນຄ່າ 495.25 ຕື້ກີບ; ຕິດຕາມ-ກວດກາ ການຈັດເກັບລາຍຮັບງົບປະມານ ປະຕິບັດໄດ້ທັງໜົດ 2.417,71 ຕື້ກີບ, ເທົ່າກັບ 115,55% ຂອງແຜນການປີ, ທຽບໃສ່ປີຜ່ານມາ ເທົ່າກັບ 136,65 % ໃນນີ້: ພຸດສູນກາງປະຕິບັດໄດ້ 1.220,29 ຕື້ກີບ, ເທົ່າກັບ 88,62 % ຂອງແຜນການປີ, ລາຍຮັບພາຍໃນແຂວງປະຕິບັດໄດ້ 1.197,41 ຕື້ກີບ, ເທົ່າກັບ 167,40% ຂອງແຜນການປີ; ສົມທົບກັບໜ່ວຍງານກວດກາ ຂອງອົງການກວດກາແຫ່ງລັດ ກວດກາການນໍາເຂົ້ານໍ້າມັນເຊື້ອໄຟຕາມຫາງສຽງຂອງສັງຄົມທີ່ສົ່ງຜ່ານສະພາແຫ່ງຊາດ ແຕ່ປີ 2019-2023, ກວດກາລາຍຮັບ-ລາຍຈ່າຍການຄຸ້ມຄອງ ແລະ ບໍລິຫານເງິນກອງທຶນທາງ ແຕ່ປີ 2020-2023, ກວດກາການນໍາເຂົ້າ ແລະ ການເສຍພາສີ-ອາກອນພາຫະນະ ແຕ່ປີ 2019-2024; ສະເໜີຫັກລົບມູນຄ່າບໍ່ຖຶກຕ້ອງຕາມກົດໝາຍ ວ່າດ້ວຍການລົງທືນຂອງລັດ ໂຄງການລົງທືນຂອງລັດ ທີ່ີມີມູນຄ່າ 10 ຕື້ກີບລົງມາ ຈຳນວນ 6 ໂຄງການ; ສຳລັບວຽກງານສືບສວນ-ສອບສວນການສໍໍ້ລາດບັງຫຼວງແມ່ນໄດ້ຊຸກຍູ້ໃຫ້ອົງການກວດກາລັດເມືອງ ຕິດຕາມການແກ້ໄຂກໍລະນີອະດີດພະນັກງານທະນາຄານບ້ານ ມີພຶດຕິກໍາເປັນການສໍ້ລາດບັງຫຼວງ ມີມູນຄ່າເສຍຫາຍ ຈໍານວນ 1,742,500,000 ກີບ, ເກັບກູ້ຂອງກາງຄືນໄດ້ ແລ້ວຈໍານວນ 1,510,000,000ກີບ ແລະ ສືບຕໍ່ເກັບກູ້ຈໍານວນ 232,500,000 ກີບ ແລະ ຕິດຕາມສໍານວນຄະດີທີ່ໄດ້ສະຫຼຸບສົ່ງໃຫ້ ອົງການໄອຍະການປະຊາຊົນແຂວງ ຈໍານວນ 2 ເລື່ອງ ມາຮອດປະຈຸບັນສານປະຊາຊົນແຂວງໄດ້ຕັດສິນ ແລະ ຄໍາຕັດສິນທັງ 2 ເລື່ອງໃຊ້ໄດ້ຢ່າງເດັດຂາດແລ້ວ ຊຶ່ງພວມຢູ່ໃນຂັ້ນຕອນຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ພະແນກຍຸຕິທໍາແຂວງ ເປັນຜູ້ຈັດຕັ້ງປະຕິບັດ.