01/04/2025

ວັນທີ 31 ມີນາ ປີ 2025 ນີ້, ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 10 ສະໄໝທີ IV ຂຶ້ນ, ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງບົດສະຫຼຸບການນຳພາເຄື່ອນໄຫວວຽກງານ ແຕ່ເດືອນ 1-3 ແລະ ທິດທາງແຜນການເດືອນ 4-6 ປີ 2025 ຂອງຄະນະພັກ ຄະນະກວດກາສູນກາງພັກ. ໂດຍໄດ້ສະຫຼຸບຕີລາຄາ 5 ໜ້າວຽກຕົ້ນຕໍຄື: ວຽກງານການນໍາພາສຶກສາອົບຮົມການເມືອງ-ແນວຄິດ; ການນຳພາເຄື່ອນໄຫວວຽກງານວິຊາສະເພາະ; ການນໍາພາປັບປຸງພາຍໃນ, ກໍ່ສ້າງພັກ-ພະນັກງານ ເເລະ ວຽກງານກວດກາ; ວຽກງານພົວພັນຕ່າງປະເທດ; ວຽກງານອົງການຈັດຕັ້ງມະຫາຊົນ. ຫຼັງຈາກທີ່ໄດ້ຮັບຟັງການລາຍງານແລ້ວ ສະຫາຍ ປອ ຄໍາພັນ ພົມມະທັດ ກໍ່ໄດ້ມີຄຳເຫັນເຈາະຈີ້ມຕໍ່ຮ່າງບົດສະຫຼຸບ, ທິດທາງແຜນການ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ສຸມໃສ່ປະກອບຄຳຄິດເຫັນໃຫ້ມີຈຸດສຸມ, ຕົງປະເດັນ, ເນັ້ນຕີລາຄາສະພາບແນວຄິດຄວາມສາມັກຄີພາຍໃນ, ຕີລາຄາການປະຕິບັດໜ້າທີ່, ຕີລາຄາການປັບປຸງແບບແຜນນຳພາ,ການເຮັດວຽກ ກຳນົດທິດທາງໃຫ້ຈະແຈ້ງ. ພ້ອມນີ້, ບັນດາສະຫາຍຄະນະບໍລິຫານງານພັກ ກໍ່ໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ປຶກສາຫາລືຕໍ່ການຈັດຕັ້ງປະຕິບັດທິດທາງແຜນການ ໃນປີ 2025 ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາວຽກງານຮອບດ້ານ ໄປໃນທິດທາງດຽວກັນ ແລະ ເປັນຮູບປະທຳ.
ເພື່ອເຮັດໃຫ້ກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ບັນລຸຜົນອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ຍັງມີຄໍາເຫັນຊີ້ນໍາ ແລະ ໄດ້ເນັ້ນໃຫ້ ບັນດາສະຫາຍໃນຄະນະພັກ ສຸມສະຕິປັນຍາ ແລະ ເປັນເຈົ້າການປະກອບຄຳເຫັນຕໍ່ບົດສະຫຼຸບໃຫ້ແທດເໝາະຖືກກັບຄວາມເປັນຈິງໃນໄລຍະຜ່ານມາ ເພື່ອຊີ້ໃຫ້ເຫັນເຖິງສະພາບການຕົວຈິງໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກຕໍ່ກັບດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງຢ່າງຈະແຈ້ງ ແລະ ມີທິດແກ້ໄຂຢ່າງເໝາະສົມ.