28/03/2025

ໃນວັນທີ 27 ມີນາ 2025 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 6 (ຕຶກໃໝ່). ໂດຍການເປັນປະທ່ານຮ່ວມ ແລະ ກ່າວເປີດພິທີ ຂອງ ທ່ານ ນາງ ອາພອນ ວິຊາເທບ ຄະນະປະຈຳພັກກະຊວງ, ຮອງລັດທະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ປອ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ. ມີບັນດາ ຄະນະພັກ, ຄະນະນຳ, ຜູ້ຕາງໜ້າຈາກສະຖາບັນ, ສູນ, ໂຮງໝໍ ພ້ອມດ້ວຍສະມາຊິກພະນັກງານພາຍໃນ ກະຊວງສາທາລະນະສຸກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນາງ ອາພອນ ວິຊາເທບ ໄດ້ເຜີຍແຜ່, ເຊື່ອມຊຶມ ບົດສະຫຼຸບ ຕີລາຄາການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງຄະນະກວດກາສູນກາງພັກ. ຫຼັງຈາກນັ້ນ ທ່ານ ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມກວດກາ ກະຊວງສາທາລະນະສຸກ ກໍ່ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ກະຊວງສາທາລະນະສຸກ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ເຊິ່ງມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ: ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາລັດເປັນປົກກະຕິ ຢູ່ພະແນກສາທາລະນະສຸກ ຂັ້ນທ້ອງຖິ່ນ ແລະ ກົມກອງອ້ອມຂ້າງກະຊວງ. ໄດ້ຕິດຕາມ-ກວດກາການສໍ້ລາດບັງຫຼວງ 03 ກໍລະນີ: ຕິດຕາມການເກັບກູ້ເງິນຄືນ 02 ກໍລະນີ ພົບເຫັນ ມູນຄ່າເສຍຫາຍທັງໝົດ: 1,920,912,742 ກີບ, ເກັບກູ້ຄືນໄດ້ 195,760,000 ກີບ ແລະ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນເພື່ອເປີດການສືບສວນ-ສອບສວນ, 01 ກໍລະນີ ຊຶ່ງຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້ເທື່ອ; ໄດ້ຕິດຕາມການແກ້ໄຂຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ແລະ ຄໍາແນະນໍາກວດສອບສົກປີຜ່ານມາ ຈໍານວນ 20 ບັນຫາ, ໃນນີ້ໄດ້ຮັບການປັບປຸງແກ້ໄຂຂາດຕົວ 06 ບັນຫາ, ມີການປັບປຸງແກ້ໄຂແຕ່ບໍ່ຂາດຕົວ 14 ບັນຫາ ແລະ ບັນຫາທີ່ເກີດຂຶ້ນໃໝ່ ໃນປີ 2023 ຈໍານວນ 08 ບັນຫາ; ໄດ້ຮັບ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ບັດສົນເທໃໝ່ ຈຳນວນ 06 ກໍລະນີ ແລະ ສືບຕໍ່ຄົ້ນຄວ້າ ຄໍາຮ້ອງ-ຄໍາສະເໜີ ປີຜ່ານມາ 03 ກໍລະນີ ລວມທັງໝົດ 09 ກໍລະນີ; ໃນນີ້, ແກ້ໄຂສໍາເລັດແລ້ວ 03 ກໍລະນີ, ກຳລັງຈັດຕັ້ງປະຕິບັດ 04 ກໍລະນີ, ຕິດຕາມທິດຊີ້ນໍາຈາກຂັ້ນເທິງ 02 ກໍລະນີ (ຄໍາຮ້ອງທີ່ພົບຫຼາຍແມ່ນຄວາມບໍ່ພໍໃຈຕໍ່ການບໍລິການປິ່ນປົວສຸຂະພາບ, ບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ພະນັກງານ ທີ່ກະທຳຜິດຕໍ່ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ). ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄຳຄິດເຫັນຕໍ່ກັບຮ່າງບົດສະຫຼຸບດັ່ງກ່າວ.ນອກຈາກນີ້, ໃນກອງປະຊຸມຍັງໄດ້ຜ່ານເອກະສານທີ່ສຳຄັນອື່ນໆເພິ່ມຕື່ມອີກ.
ໃນຕອນທ້າຍ ທ່ານ ປອ. ດາວບົວລະພາ ບາວົງເພັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນງານທີ່ຍາດໄດ້ ແລະ ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ທີ່ມາຈາກ ຄະນະພັກ ຮາກຖານ, ບັນດາໜ່ວຍພັກ ອ້ອມຂ້າງກະຊວງສາທາລະນະສຸກ ນຳເອົາເນື້ອໃນຈິດໃຈ ຂອງກອງ ປະຊຸມ ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນດີ ເພື່ອເຮັດໃຫ້ວຽກງານກວດກາຢູ່ແຕ່ລະບ່ອນດີຂຶ້ນເລື້ອຍໆ.