ກອງປະຊຸມສະຫຼຸບວຽກງານກວດກາ ທົ່ວແຂວງບໍ່ແກ້ວປະຈໍາປີ 2024
26/03/2025

ກອງປະຊຸມສະຫຼຸບວຽກງານກວດກາ ທົ່ວແຂວງບໍ່ແກ້ວ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025, ແມ່ນໄດ້ຈັດຂຶ້ນໃນວັນທີ 18 ມີນາ 2025 ທີ່ຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ທ່ານ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ອົງການກວດກາລັດຂັ້ນເມືອງ ແລະ ກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025ໃນທົ່ວແຂວງບໍ່ແກ້ວ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ມີຜົນສໍາເລັດພົ້ນເດັ່ນຫຼາຍດ້ານເປັນຕົ້ນ: ວຽກງານຕິດຕາມ, ກວດກາພັກ: ທົ່ວແຂວງ ມີ 8 ອົງຄະນະພັກ, ມີ 86 ຄະນະພັກຮາກຖານ, ມີ 691 ໜ່ວຍພັກ, ມີສະມາຊິກພັກທັງໝົດ 11.241 ສະຫາຍ, ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 238 ໜ່ວຍພັກ, ການກວດກາບໍລິຫານລັດ: ໄດ້ຕິດຕາມ, ກວດກາ ການລົງທຶນກໍ່ສ້າງພື້ນຖານໂຄງລ່າງໃນປີ 2024 ແຂວງບໍ່ແກ້ວໄດ້ຮັບແຜນລົງທຶນຂອງລັດທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ ມີທັງໝົດ 138 ໂຄງການ, ມີມູນຄ່າທັງໝົດ 2.903.28 ຕື້ກີບ. ໃນນີ້ ທຶນທີ່ແຂວງບໍ່ແກ້ວໄດ້ຮັບມູນຄ່າ ທັງໝົດ 44.78 ຕື້ກີບ, ການຈັດຕັ້ງປະຕິບັດໂຄງການສ່ວນຫຼາຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ, ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວກັບວຽກງານກວດກາເປັນຕົ້ນ: ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 504/ຄກສພ, ວ່າດ້ວຍມາດຕະຖານ, ເງື່ອນໄຂ ແລະ ວິທີການເລືອກຕັ້ງປະທານ, ຮອງປະທານຄະນະກວດກາພັກ ແຕ່ລະຂັ້ນ, ບົດບັນທຶກການປະສານລະຫວ່າງອົງການກວດກາແຫ່ງລັດກັບ ສານປະຊາຊົນສູງສຸດກ່ຽວກັບການດໍາເນີນຄະດີສໍ້ລາດບັງຫຼວງ, ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະອົງການໄອຍະການປະຊາຊົນສູງສຸດໃນການດໍາເນີນຄະດີສໍ້ລາດບັງຫຼວງ, ບົດບັນທຶກການປະສານລະຫວ່າງອົງການກວດກາແຫ່ງລັດກັບ ອົງການກວດສອບແຫ່ງລັດ, ເຜີຍແຜ່ລະບຽບການວ່າດ້ວຍການຮັກສາເອກະສານກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ຈາກນັ້ນ ບັນດາຜູ້ແທນກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນຕາມຄໍາຖາມເຈາະຈີ້ມຂອງກອງປະຊຸມເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າ.


ຂ່າວ: ຄໍາເພັງ ສີສະຫວ່າງ.