19/03/2025

ໃນຕອນທ້າຍຂອງພິທີ ທ່ານ ສີໄນ ມຽງລາວັນ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານກວດກາ, ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກໍານົດຕໍາແໜ່ງງານ, ການບໍາລຸງສ້າງພະນັກງານດວດກາ ຢູ່ພາຍໃນແຂວງ ໃນໄລຍະຫນື່ງປີຜ່ານມາ ລວມເຖິງການກະກຽມ ແລະ ດໍາເນີນກອງປະຊຸມວຽກງານກວດກາທົ່ວແຂວງປະຈໍາປີ 2024 ຕິດພັນກັບການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ແລະ ໄດ້ມີຄຳເຫັນເນັ້ນບາງບັນຫາເພື່ອເປັນທິດທາງໃນການສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ ໃຫ້ສືບຕໍ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງແຂວງ, ກວດກາການປະຕິບັດພາລະບົດບາດຂອງບັນດາພະແນກການ-ອົງການອ້ອມຂ້າງແຂວງ ເພື່ອໃຫ້ເປັນບ່ອນອີງໃນການລົງຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງບັນດາພະແນກການ; ສືບຕໍ່ຕິດຕາມ ແລະ ນຳພາການປັງປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ຂໍ້ກຳນົດຕຳແໜ່ງງານ ຂອງຄະນະກວດກາພັກຂັ້ນລຸ່ມທີ່ຍັງບໍ່ທັນສຳເລັດ ໃນນັ້ນໃຫ້ຄະນະກວດກາພັກແຂວງ ຈັດຕັ້ງຜັນຂະຫຍາຍຕາມ ແຈ້ງການສະບັບເລກທີ 47/ຄກສພ. ໃນໂອກາດດຽວກັນນີ້ ທ່ານ ສີໄນ ມຽງລາວັນ ກໍ່ໄດ້ຕາງໜ້າຄະນະພັກ, ຄະນະນໍາ ຄະນະກວດກາສູນກາງພັກມອບອຸປະກອນຮັບໃຊ້ຫ້ອງການ ປະເພດຄອມພິວເຕີ ແລະ ເຄື່ອງພິມເອກະສານ ຈຳນວນ 02 ຊຸດໃຫ້ຄະນະກວດກາພັກແຂວງ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ຄະນະກວດກາພັກເມືອງ ທີ່ຍັງຂາດເຂີນອຸປະກອນດັ່ງກ່າວອີກດ້ວຍ.ພາບ-ຂ່າວໂດຍ: ຂັນພະລັກ ອິນປັນຍາ ຄະນະກວດກາແຂວງບໍລິຄຳໄຊ