ໃນວັນທີ 11 ມີນາ 2025, ຄະນະກວດກາພັກແຂວງຊຽງຂວາງ ໄດ້ເປີດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດ ພ້ອມທັງສະຫຼຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງແຂວງຊຽງຂວາງຂຶ້ນ ທີ່ຫ້ອງປະຊຸມໃຫ່ຍຫ້ອງວ່າການປົກຄອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ຈັນໄຄ ສຸທິຈັກ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ປະທານ ອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໜໍ່ບີຫາ ຕົ່ງປາວ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ປະທານຄະນະກວດກາພັກເມືອງ, ປະທານກວດກາຄະນະພັກຮາກຖານ, ໜ່ວຍພັກຮາກຖານພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານຄະນະກວດກາພັກແຂວງ ເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 20 ສະຫາຍ.

ໃນກອງປະຊຸມ ສະຫາຍ ຈັນໄຄ ສຸທິຈັກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານຕິດຕາມ, ກວດກາປະຈໍາປີ 2025 ຂອງຄະນະກວດກາພັກແຂວງ ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ຜັນຂະຫຍາຍນິຕິກໍາຕ່າງໆຂອງພັກ-ລັດ ໂດຍສະເພາະກ່ຽວກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ໄດ້ຊຸກຍູ້ການເຄື່ອນໄຫວວຽກງານກວດກາຢູ່ບັນດາການຈັດຕັ້ງພັກຂັ້ນຕ່າງໆພາຍໃນແຂວງ ເຊິ່ງຜ່ານການຕິດຕາມໄດ້ພົບເຫັນສະມາຊິກພັກລະເມີດລະບຽບວິໄນ ແລະ ຖືກຄະນະພັກຂັ້ນຕ່າງໆປະຕິບັດວິໄນຂັ້ນຕ່າງໆທັງໝົດ 53 ສະຫາຍ, ຍິງ 4 ສະຫາຍ ໃນນີ້ ປະລະໜ້າທີ່ 12 ສະຫາຍ, ບໍ່ຮ່ວມຊີວິດພັກ 30 ສະຫາຍ, ລະເມີດ ແລະ ລວນລາມຮ່າງກາຍເດັກນ້ອຍຍິງ 2 ສະຫາຍ, ຄາດຕະກໍາເມຍ 1 ສະຫາຍ, ລະເມີດກົດລະບຽບພັກ 4 ສະຫາຍ, ຍັກຍອກຊັບສົມບັດຂອງລັດ 2 ສະຫາຍ, ພົວພັນຊູ້ສາວ 2 ສະຫາຍ; ໄດ້ເອົາໃຈໃສ່ໃນຕິດຕາມ, ກວດກາ ຕາມພາລະບົດບາດ, ຂອບເຂດສິດ ໃນນີ້ ໄດ້ເກັບລາຍຮັບຈາກໂຄງການຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ແບບທົດລອງ ຈໍານວນ 6 ໂຄງການ, ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາ ພາຍໃນແຂວງ, ກວດກາການຄຸ້ມຄອງນໍາໃຊ້ເງິນກອງທຶນທາງເລີ່ມແຕ່ປີ 2020-2023, ກວດກາການນໍາເຂົ້ານໍ້າມັນເຊື້ອໄຟຜ່ານດ່ານພາສີສາກົນນໍ້າກັ່ນ ເມືອໜອງແຮດ ແຂວງຊຽງຂວາງ ແຕ່ປີ 2019-2023, ກວດກາການນໍາເຂົ້າລົດ ແລະ ເສຍພາສີພາຫະນະ ເລີ່ມແຕ່ປີ 2019-2024, ໄດ້ສະຫຼຸບຜົນການກວດກາຕາມຜົນການກວດກາສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິແຜນງົບປະມານແຫ່ງລັດ ປະຈໍາປີ 2022 ຂອງແຂວງຊຽງຂວາງ. ພ້ອມນີ້ ໃນ 1 ປີຜ່ານມາ ຍັງໄດ້ດໍາເນີນການສືບສວນ 2 ເປົ້າໝາຍ, ໃນນີ້ ສົ່ງໃຫ້ໄອຍະການປະຊາຊົນແຂວງ ສັ່ງຟ້ອງຂຶ້ນສານ 1 ເປົ້າໝາຍ, ກໍາລັງດໍາເນີນການສືບສວນ-ສອບສວນ 1 ເປົ້າໝາຍ; ໄດ້ຮັບຄໍາຮ້ອງຄໍາສະເໜີ ທັງໝົດ 11 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 6 ສະບັບ, ແຈ້ງຕອບໃຫ້ຜູ້ມາຍື່ນຄໍາຮ້ອງ 4 ສະບັບ, ກໍາລັງແກ້ໄຂ 1 ສະບັບ ເນື້ອໃນສ່ວນຫຼາຍແມ່ນຂໍ້ຂັດແຍ່ງບັນຫາທີ່ດິນ ແລະ ສຽງເນືອງນັນຈາກຮ້ານອາຫານ. ພ້ອມດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ. ໃນກອງປະຊຸມຍັງໄດ້ຜ່ານເອກະສານສໍາຄັນຈໍານວນໜຶ່ງ ເຊັ່ນວ່າ: ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໃນການດໍາເນີນຄະດີການສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດກັບອົງການກວດສອບແຫ່ງລັດ ສະບັບລົງ ວັນທີ 14 ກຸມພາ 2024; ບົດບັນທຶກການປະສານງານລະຫວ່າງສານປະຊາຊົນສຸງສຸດ ກັບອົງການກວດກາແຫ່ງລັດ ສະບັບລົງວັນ ທີ 11 ມີນາ 2024; ລະບຽບວ່າດ້ວຍການຮັກສາເອກະສານກ່ຽວກັບວຽກງານກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 9 ເມສາ 2025. ຈາກນັ້ນ, ບັນດາສະຫາຍຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານກວດກາໄລຍະຜ່ານມາ, ຕອບຄໍາຖາມເຈາະຈີ້ມ ຂອງປະທານກອງປະຊຸມຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ, ພ້ອມນີ້ ປະທານກອງ ປະຊຸມ ຍັງໄດ້ສະຫຼຸບຕີລາຄາຄືນ ພ້ອມທັງຕອບຂໍ້ຂ້ອງໃຈຂອງຂອງບັນດາຜູ້ແທນກອງປະຊຸມ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ.
ຕອນທ້າຍກອງປະຊຸມ ສະຫາຍ ໜໍ່ບີຫາ ຕົ່ງປາວ ຕາງໜ້າໃຫ້ການນໍາແຂວງ ຍັງໄດ້ໃຫ້ກຽດໂອ້ລົມມີທິດຊີ້ນໍາ ຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະພັກ, ຄະນະກວດກາແຕ່ລະຂັ້ນຍາດມາໄດ້ໃນໄລຍະຜ່ານມາ. ນອກນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະກວດກາແຕ່ລະຂັ້ນເພີ່ມທະວີເອົາໃຈໃສ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ. ພ້ອມດຽວກັນນີ້ ຍັງໄດ້ເນັ້ນໜັກ ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນຳພາ-ຊີ້ນຳເອົາໃຈໃສ່ຕໍ່ການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫ່ຍຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ມະຕິກອງປະຊຸມໃຫ່ຍ ຂອງອົງຄະນະພັກແຂວງ ສະໄໝທີ VIII ກໍຄື ສອງວາລະແຫ່ງຊາດທີ່ໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມ-ກວດກາການປະຕິບັດກົດລະບຽບຂອງພັກສະໄໝທີ XI ເປັນຕົ້ນການປະຕິບັດຫຼັກການລວມ ສູນປະຊາທິປະໄຕຂອງພັກ, ປະຕິບັດລະບອບປະຊຸມ, ລະບອບສ່ອງແສງລາຍງານ, ການຮ່ວມຊີວິດພັກ, ການຕຳໜິຕິຊົມເຊິ່ງກັນ ແລະ ກັນ, ການກໍ່ສ້າງພັກ-ຂະຫຍາຍພັກ, ການລົງວິໄນ ແລະ ການເງິນຂອງພັກ; ເພີ່ມທະວີການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດຕາມພາລະບົດບາດ ຂອງອົງການກວດກາລັດໂດຍສຸມໃສ່ຕິດຕາມ-ກວດກາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ສຸມໃສ່ການເຄື່ອນໄຫວຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ໃນແຕ່ລະຂັ້ນ ຖືເອົາການກວດກາລັດຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງ, ການພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ; ຕ້ອງເປັນເຈົ້າການປັບປຸງກົງຈັກການຈັດຕັ້ງຄະນະກວດກາ ໃຫ້ໜັກແໜ້ນເຂັ້ມແຂງ, ສັບຊ້ອນ ແລະ ຍົກລະດັບບຸກຄະລາກອນໃຫ້ຖືກຕ້ອງຕາມຄຳແນະນຳຂອງຄະນະກວດກາ ສູນກາງພັກ ສະບັບເລກທີ 379/ຄກສພ ແລະ ກົດໝາຍວ່າດ້ວຍການກວດກາລັດ.
ຂ່າວ: ຄະນະກວດກາພັກແຂວງຊຽງຂວາງ