ໜ່ວຍພັກຄະນະກວດກາເມືອງສໍາພັນ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ III, ປະຈໍາປີ 2023
27/02/2025
ຕອນເຊົ້າ ຂອງວັນທີ 20 ກຸມພາ 2025 ນິ້, ໜ່ວຍພັກຄະນະກວດກາເມືອງສໍາພັນ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ III ປະຈໍາປີ 2023 ຂຶ້ນທີ່ຫ້ອງປະຊຸມຂອງຄະນະກວດກາເມືອງ ໂດຍການເປັນປະທານຂອງ ສະຫາຍ ທອງຕື ເກຍສະບົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ, ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ ມາຈາກຄະນະຈັດຕັ້ງເມືອງ ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ໃນພິທີ ສະຫາຍ ນາງ ຄໍາເຫຼັກ ຄົງໄພວັນ, ຮອງເລຂາໜ່ວຍພັກ, ຮອງປະທານກວດກາພັກ, ຮອງປະທານອົງການກວດກາລັດເມືອງ ໄດ້ຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ເຊິ່ງສະຫາຍໄດ້ຍົກເຫັນຜົນງານການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ໃນໄລຍະ 1 ປີຜ່ານມາ ເຫັນໄດ້ວ່າ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຕໍ່ການນໍາພໍາ-ຊີ້ນໍາ ສະມາຊິກພັກພາຍໃນໜ່ວຍພັກ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນເສນາທິການໃຫ້ຄະນະປະຈໍາພັກເມືອງ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝທີ XI ມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກເມືອງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຄະນະກວດກາເມືອງ, ໂດຍຍືດໝັ້ນປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ແລະ 3 ຮູບການຂອງວຽກງານກວດກາ, ໃນການກໍ່ສ້າງພັກ-ພະນັກງານຢ່າງໜັກແໜ້ນ, ເຂັ້ມແຂງ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ, ແຕ່ລະໄລຍະ, ມີການສະຫຼຸບຕີລາຄາ ປະເມີນຜົນ ການຈັດຕັ້ງປະຕິບັດແຜນການນໍາພາ-ຊີ້ນໍາວຽກງານຮອບດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ມີການສະຫຼຸບຖອດຖອນບົດຮຽນ, ມີການສ່ອງແສງໃຫ້ຄະນະພັກຂັ້ນເທິງເປັນປົກກະຕິ, ເຮັດວຽກປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ ແລະ ມອບວຽກງານໃຫ້ບຸກຄົນຮັບຜິດຊອບ, ຢ່າງຈະແຈ້ງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງ, ມີການຕິດຕາມ, ກວດກາ ແລະ ຊຸກຍູ້ເປັນປົກກະຕິ, ມີການປະສານສົມທົບຂະແໜງການທີ່ກ່ຽວຂ້ອງຢ່າງກົມກຽວ, ເຮັດໃຫ້ການນໍາພາ, ການເສີມຂະຫຍາຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງພັກ, ໂດຍຍືດໜັ້ນອຸດົມການຂອງພັກ, ດ້ວຍຫຼາຍຮູບຫຼາຍສີ, ພ້ອມທັງເຊື່ອມຊຶມບັນດານິຕິກຳຂອງພັກ, ກົດໝາຍຂອງລັດ, ເຮັດໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນທຸກດ້ານ;
ຈາກນັ້ນ ສະຫາຍ ນາງ ຄີນ ຈັນທະວົງ ຫົວໜ້າໜ່ວຍງານກໍ່ສ້າງພັກ-ພະນັງງານຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ສະບັບເລກທີ 155/ຄພມ, ລົງວັນທີ 21 ຕຸລາ 2024 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023.ຕອນທ້າຍຂອງພິທີ ສະຫາຍ ທອງຕື ເກຍສະບົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງສໍາພັນ ແຂວງຜົ້ງສາລີ ຍັງໄດ້ໃຫ້ກຽດ ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະໜ່ວຍພັກ ແລະ ສະມາຊິກພັກ ສາມາດຍາດໄດ້ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີ ລຽນຕິດພ້ອມທັງເນັ້ນໜັກ ໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກ ສືບຕໍ່ຄົ້ນຄວ້າ, ຊອກຮູ້ຮໍ່າຮຽນ ກໍາແໜ້ນ ແນວທາງນະໂຍບາຍ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເປັນຕົ້ນ ພ້ອມກັນສຸມໃສ່, ວຽກງານກວດກາພັກ, ວຽກງານກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ, ກວດກາຕາມ 03 ຮູບການ, ຖືເອົາຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ລະອຽດຈະແຈ້ງ, ສືບຕໍ່ຮັກສາມູນເຊື້ອນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຕົ້າໂຮມຄວາມສາມັກຄີພາຍໃນ ພາຍນອກ, ໃຫ້ໜັກແໜ້ນ.
ໂດຍ: ບຸນເສີດ ໂລມາ

