ກອງປະຊຸມໃຫຍ່ ຄັ້ງທີ IV ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

15/01/2025

ກອງປະຊຸມໃຫຍ່ ຄັ້ງທີ IV ຄະນະບໍລິຫານງານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນວັນທີ 14 ມັງກອນ 2025, ສະຫະພັນກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ແສງທອງ ຊາວພູວົງ ຄະນະບໍລິຫານງານສູນກາງກໍາມະບານລາວ, ປະທານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ; ທ່ານ ສຸກຄໍາເພັດ ເຮືອງບຸດສີ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ພ້ອມດ້ວຍສະມາຊິກກໍາມະບານ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ແສງທອງ ຊາວພູວົງ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນ ໄລຍະ 5 ປີຜ່ານມາ ຈາກນັ້ນ, ທ່ານ ອະນຸສິດ ພິມມະສານ ຮອງປະທານສະຫະພັນກຳມະບານ ຄະນະກວດກາສູນກາງພັກ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງສະຫະພັນກຳມະບານ ຄກສພ-ອກຫລ, ໂດຍໃຫ້ຮູ້ວ່າໃນໄລຍະຜ່ານມາຄະນະບໍລິຫານງານສະຫະພັນກຳມະບານ ຄະນະກວດກາສູນກາງພັກ ເເລະ ອົງການກວດກາແຫ່ງລັດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ປຸກລະດົມ ແລະ ຊຸກຍູ້ສະມາຊິກກໍາມະບານ ເປັນເຈົ້າການໃນການເຂົ້າຮ່ວມຄົ້ນຄວ້າເຊືີ່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບັນດາຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງສະຫະພັນກໍາມະບານວາງອອກໃນແຕ່ລະໄລຍະຢ່າງເປັນປົກກະຕິ ຄຽງຄູ່ກັບການນໍາພາສຶກສາອົບຮົມການເມືອງ-ແນວຄິດ, ການປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແລະ ຂໍ້ແຂ່ງຂັນ “3 ໜ້າທີ່ 12 ຂໍ້ປະຕິບັດ” ກໍຄືຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານ. ເຮັດໃຫ້ສະມາຊິກກໍາມະບານ ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ຊື່ສັດບໍລິສຸດ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ, ຕ້ານທຸກການກະທໍາທີ່ບໍ່ຖືກຕ້ອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ແລະ ພວກຄົນບໍ່ດີ, ມີຄວາມອົດທົນ, ບໍ່ຄອນແຄນຕໍ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການເຮັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ.

ຫຼັງຈາກນັ້ນ ທ່ານ ໄພວັນ ພົມມະແສງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງ, ພ້ອມນີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ, ຍັງໄດ້ມີຄໍາເຫັນຊີ້ນໍາຕໍ່ສະມາຊິກສະຫະພັນກໍາມະບານຜູ້ມີສິດເລືອກຕັ້ງເປັນຕົ້ນແມ່ນ ຕ້ອງຄົ້ນຄວ້າໃຫ້ເລິກເຊິ່ງ, ໃຊ້ສິດຂອງຕົນເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດທີ່ ພົ້ນເດັ່ນ, ມີຄວາມຮັບຜິດຊອບສູງ ໃນການນໍາພາ-ຊີ້ນຳ ສະມາຊິກກໍາມະບານ ສະໄໝທີ IV ໃຫ້ໄດ້ຮັບໝາກຜົນສູງ ໃນການປະຕິບັດວຽກງານ.
ຈາກນັ້ນ, ກອງປະຊຸມໄດ້ດຳເນີນການບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກໍາມະບານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຊຸດໃໝ່ ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 9 ທ່ານ, ຍິງ 3 ທ່ານ, ໃນນັ້ນ, ເລືອກເອົາ 7 ທ່ານ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກ ເອົາທ່ານ ອານຸສິດ ພິມມະສານ ເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານ, ທ່ານນາງ ເກດມະນີ ຈຸນລະມະນີ ເປັນຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານ, ທ່ານ ວັນເພັງ ສີນໍລະແສງ ເປັນຮອງປະທານ ແລະ ທັງເປັນປະທານກວດກາ, ທ່ານ ແສງທອງ ໄຊນີສຸວັນ ເປັນຮອງປະທານກວດກາ; ທ່ານ ສົມເພັດ ສຸລິຍະທໍາ, ທ່ານ ແສງເພັດ ມາບຸນຊູ ແລະ ທ່ານ ກາລະສິນ ໄຊຍະແສງ ເປັນກໍາມະການ.
ຕອນທ້າຍຂອງກອງປະຊຸມ ທ່ານ ເລັດ ໄຊຍະພອນ ກໍ່ໄດ້ໃຫ້ກຽດໂອ້ລົມ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາສາມາດປະຕິບັດຕາມພາລະບົດບາດ, ໜ້າທີ່ການເມືອງ ຂອງຕົນມີຜົນສຳເລັດເປັນຢ່າງດີພ້ອມທັງເນັ້ນໃຫ້ຄະນະບໍລິຫານງານຊຸດທີ IV ພ້ອມດ້ວຍ ສະມາຊິກທັງໝົດ ຈົ່ງເອົາໃຈໃສ່ ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍສະເພາະວຽກງານວິຊາສະເພາະ ສຸ່ມໃສ່ແກ້ໄຂດ້ານອ່ອນຂໍ້ຄົງຂ້າງ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ໃຫ້ປະກົດຜົນເປັນຈິງ ແລະ ມີການພັດທະນາດີຂຶ້ນເປັນກ້າວໆ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)